- ພິທີການປິດການຝຶກອົບຮົມຫຼັກສຼດ IT Essential ສຳລັບອົງການ UXO
- ພາບບັນຍາກາດງານສະເຫຼີມສະຫຼອງປິດພາກຮຽນ ITSC ລຸ້ນທີ່ 1 ສົກຮຽນ 2010 - 2011
- 23-ກັນຍາ-2011ຂໍເຊີນຊວນບັນດານັກສຶກສາຫຼັກສູດຊ່ຽວຊານລຸ່ນທີ່ 1 ເຂົ້າຮ່ວມງານສະເຫຼີມສະຫຼອງປິດພາກຮຽນ ITSC ລຸ້ນທີ 1 ສົກຮຽນ 2010 - 2011
- 23-ມີນາ-2011ການຊ່ວຍເຫລືອປະເທດຢີ່ປຸ່ນ
- 11-12-ມີນາ-2011ງານມະຫາກຳທາງດ້ານ ໄອທີ (IT Festa)
- 03-ກຸມພາ-2011ການຝຶກອົບຮົມ CCNA Security Advanced
- 30-ພະຈິກ-2010ພິທີມອບ-ຮັບອາຄານໄອທີຫຼັງໃໝ່
- 11-ທັນວາ-2010ການຝຶກອົບຮົມໄລຍະສັ້ນ LAMP1, LAMP2 & CCNA D2 ໃນເດືອນ ທັນວາ ປີ2010
- 31-ສິງຫາ-2010Laos IT Service market research and analysis report 2009
- 31-ສິງຫາ-2010Potential and Opportunities on IT Outsourcing (Overseas) for Lao IT Entrepreneurs
- 1-ຕຸລາ-2010ຫຼັກສູດຊ່ຽວຊານ ໄອທີ (ITSC 2010)
- 1-23-ກັນຍາ-2010ການຝຶກອົບຮົມໄລຍະສັ້ນ ໃນປີ 2010
- 16-27-ສິງຫາ-2010ການຝຶກອົບຮົມ CCNA D4 ສຳລັບຄູ-ອາຈານ
- 19-20-ສິງຫາ-2010ການຢ້ຽມຢາມມະຫາວິທະຍາໄລ ຂອນແກ່ນ (ປະເທດໄທ)
- 9-17-ສິງຫາ-2010ການຝຶກອົບຮົມ IT Essential ສຳລັບຄູ-ອາຈານ
- 30-ກໍລະກົດ-2010ການສອບເສັງວິຊາ Oracle Database Administration ຄັ້ງທຳອິດໃນລາວ
- 13-27-ກໍລະກົດ-2010ການຝຶກອົບຮົມ Database Administration
- 15-ມີຖຸນາ-12-ກໍລະກົດ-2010ການຝຶກອົບຮົມ Java ສຳລັບຄູ-ອາຈານ ຄັ້ງທີ2
- 10-ມີຖຸນາ-2010ກອງປະຊຸມຄະນະປະສານງານໂຄງການ (JCC) ຄັ້ງທີ 2
- 10-ເມສາ-10-ມີຖຸນາ-2010ການສອນພາກປະຕິບັດສຳລັບ LAMP ແລະ Sever Administration
- 28-ມີນາ-2010ການປຸກສ້າງອາຄານໃໝ່ IT ຂອງຄະນະວິສະວະກໍາສາດ
- 9-19-ມີນາ-2010ການຝຶກອົບຮົມ CCNA D3 ສໍາລັບຄູ-ອາຈານ
- 25-ມີນາ-2010ລາຍງານຜົນການສໍາຫຼວດຕະຫຼາດ IT ໃນ ສປປລາວ
- 7-ມີນາ-2010ກອງປະຊຸມກ່ຽວກັບການສໍາຫຼວດຕະຫຼາດ IT ຄັ້ງທີສາມ
- 1-ກຸມພາ-3-ມີນາ-2010ການຝຶກອົບຮົມ Linux Server Administration2
- 4-ກຸມພາ-18-ມີນາ-2010ການຝຶກອົບຮົມ Java ສໍາລັບຄູ-ອາຈານ ຄັ້ງທີ1
- 8-ກຸມພາ-2010ກອງປະຊຸມກ່ຽວກັບການສໍາຫຼວດຕະຫຼາດ IT ຄັ້ງທີສອງ
- 28-ມັງກອນ-22-ກຸມພາ-2010ການຝຶກອົບຮົມ Database (OCA)
- 1-ກຸມພາ-2-ມີນາ-2010ການຝຶກອົບຮົມໄລຍະສັ້ນຫຼັກສູດ - CCNA D1
- 7-29-ມັງກອນ-2010ການຝຶກອົບຮົມຄັ້ງທີສອງຂອງຫຼັກສູດໄລຍະສັ້ນ - LAMP and Web design
- 17-ທັນວາ-2009 ກອງປະຊຸມກ່ຽວກັບການສໍາຫຼວດຕະຫຼາດ IT ຄັ້ງທີ1
- 3-ພະຈິກ-4-ທັນວາ-2009ການຝຶກອົບຮົມໄລຍະສັ້ນຫຼັກສູດ - LAMP and Web design
- 2-ຕຸລາ-2009ການເປີດຫຼັກສູດໃໝ່ສໍາລັບຜູ້ຊ່ຽວຊານດ້ານ IT ໂດຍສະເພາະ
- 28-ກັນຍາ-2009ການຝຶກອົບຮົມເທັກໂນໂລຢີ - CCNA1 and CCNA2
- 10-ກັນຍາ-2009ການຝຶກອົບຮົມເທັກໂນໂລຢີ - DBA and LAMP
- 28-ສິງຫາ-2009ການຝຶກອົບຮົມເທັກໂນໂລຢີ - Linux Server Administration1
- 24-ກໍລະກົດ-2009ການສອບເສັງຄັດເລືອກເຂົ້າຝຶກອົບຮົມຫຼັກສູດເຄືອຂ່າຍ
- 25-ພຶດສະພາ-2009ການຝຶກອົບຮົມຄັ້ງທີ 2
- 18-ພຶດສະພາ-2009ການສອບເສັງຄັດເລືອກອາຈານສອນຂອງ ຫຼັກສູດຫຼັງມະຫາ
- 7-ພຶດສະພາ-2009ເຂົ້າຮ່ວມກອງປະຊຸມກັບ ສະມາຄົມການຄ້າ ICT ລາວ (LICA)
- 20-ເມສາ-2009ກອງປະຊຸມຄະນະປະສານງານໂຄງການ (JCC) ຄັ້ງທີ 1
- 10-ມີນາ-2009ຜູ້ປະສານງານຂອງໂຄງການ
- 23-ກຸມພາ-2009ການຝຶກອົບຮົມຄັ້ງທີ 1
- 11-ທັນວາ-2008ການຊ່ວຍເຫຼືອທາງດ້ານອຸປະກອນ
ພິທີການປິດການຝຶກອົບຮົມຫຼັກສຼດ IT Essential ສຳລັບອົງການ UXO
ວັນທີ 09-20-ມັງກອນ-2012
ການຝຶກອົບຮົມຫຼັກສູດ IT Essential ສຳລັບອົງການ UXO ໄດ້ເລີ່ມຂຶ້ນໃນວັນທີ 09ມັງກອນ ແລະ ປິດລົງໃນວັນທີ 20 ມັງກອນ ທີ່ຜ່ານມາ
ເຊິ່ງການຝຶກອົບຮົມຄັ້ງນີ້ແມ່ນຈັດຂື້ນເພື່ອເນັ້ນໜັກໃສ່ການເພີ່ມທັກສະໃນການນຳໃຊ້ IT ໃຫ້ແກ່ບັນດາພະນັກງານຂອງອົງການ UXO
ໃນແຕ່ລະແຂວງລວມທັງໝົດ 9 ແຂວງເຂົ້າຮ່ວມລວມມີ :
- ແຂວງສະຫວັນນະເຂດ
- ແຂວງຊຽງຂວາງ
- ແຂວງສາລະວັນ
- ແຂວງຄຳມ່ວນ
- ແຂວງເຊກອງ
- ແຂວງຈຳປາສັກ
- ແຂວງຫົວພັນ
- ແຂວງອັດຕະປື
- ແຂວງຫຼວງພະບາງ
ງານສະເຫຼີມສະຫຼອງການປິດພາກຮຽນ ITSC ລຸ້ນທີ 1
ວັນທີ 23 ກັນຍາ, 2011. ຫົວໜ້າພາກວິຊາວິສະວະກຳສາດພ້ອມດ້ວຍຄະນະ,ພະນັກງານໂຄງການ ITSD ທີ່ປະຈຳຢູ່ຄະນະວິສະວະກຳສາດ ແລະ ບັນດານັກສຶກສາ ITSC ລຸ້ນທີ 1 , ໄດ້ຈັດພິທີການສະຫຼຸບການຮຽນ ໃນລຸ້ນທໍາອິດໂດຍພາຍໃນງານໄດ້ມີການສອບຖາມ, ແລກປ່ຽນຄວາມຄິດຄວາມເຫັນ ແລະ ປະສົບການໃນການ ຮຽນການສອນລວມທັງພິທິການມອບຮັບຂອງຂັວນທີ່ລະນຶກຈາກນັກສຶກສາທີ່ມອບໃຫ້ແກ່ຫ້ອງການ ITSC ຫຼັງຈາກສຳເລັດພິທີມີການຮ່ວມຮັບປະທານອາຫານຮ່ວມກັນ ແລະຖ່າຍຮູບໃວ້ເປັນທີ່ລະນຶກ
ການຊ່ວຍເຫລືອປະເທດຢີ່ປຸ່ນ
![]() |
ວັນທີ 23 ມີນາ, 2011. ຄະນະບໍດີ ຄະນະວິສະວະກຳສາດ ພ້ອມດ້ວຍຄະນະ, ສະມາຊິກ ແລະ ພະ ນັກງານໂຄງການ ITSD ທີ່ປະຈຳຢູ່ຄະນະວິສະວະກຳສາດ, ໄດ້ນຳເອົາເງິນຈຳນວນໜຶ່ງທີ່ໄດ້ມາຈາກ ການຮວບຮວມນໍ້າໃຈຂອງພະນັກງານຄູ-ອາຈານ ແລະ ນ້ອງນັກສຶກສາລາວທີ່ຮຽນຢູ່ໃນຄະນະວິສະວະ ກຳສາດ ໄປມອບໃຫ້ ສະຖານເອກອັກຄະລະສະທູດຢີ່ປຸ່ນປະຈຳລາວ ເພື່ອນຳໄປຊ່ວຍເຫລືອຜູ້ປະສົບໄພ ເຄາະຮ້າຍຈາກໄພທຳມະຊາດ ສຶນາມິ ທີ່ປະເທດຢີ່ປຸ່ນ. ພາຍຫລັງທີ່ທຸກທ່ານໄດ້ລົງນາມໄຫ້ວອາໄລເຖິງຜູ້ທີ່ເສຍຊີວິດໃນປື້ມລົງນາມໄຫ້ວອາໄລແລ້ວ ທ່ານ ນາງ ຈູນໂກະ ໂຢໂກຕະ ກໍ່ໄດ້ ກ່າວຄຳຂອບໃຈ ນຳທ່ານ ຄະນະບໍດີ ດ້ວຍຕົວຂອງທ່ານເອງ ແລະ ໄດ້ຮ່ວມ ກັນຖ່າຍຮູບໃວ້ເປັນທີ່ລະນຶກ (ຂ່າວຈາກໜັງສືພີມ ວຽງຈັນທາມ ວັນທີ 25 ມີນາ 2010).
ກັບຄືນ
ງານມະຫາກຳທາງດ້ານ ໄອທີ (IT Festa) ທີ່ ຄວສ, ວິທະຍາເຂດໂສກປ່າຫລວງ 11-12 ມີນາ 2011
ໃນທີ່ສຸດງານມະຫາກຳດ້ານໄອທີ ຄັ້ງທຳອິດກໍ່ໄດ້ເປີດຂຶ້ນ ຢູ່ທີ່ອາຄານໄອທີ ຫຼັງໃໝ່, ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ (ວິທະຍາເຂດ ໂສກປ່າຫລວງ). ເຊິ່ງມີຜູ້ເຂົ້າຮ່ວມທີ່ມາຈາກຫລາຍພາກສ່ວນ, ບໍ່ວ່າຈະເປັນພະນັກງານຜູ້ທີ່ເຮັດວຽກທາງດ້ານໄອທີໂດຍກົງ, ນັກຮຽນ-ນັກສຶກສາ ຜູ້ທີ່ມີຄວາມ ສົນໃຈ, ມີໃຈມັກທາງດ້ານນີ້ ແລະ ບຸກຄົນທົ່ວໄປຜູ້ທີ່ຕ້ອງການຮຽນຮູ້, ຊອກຫາປະສົບການໃຫ້ກັບຕົວເອງກໍ່ໄດ້ເຂົ້າມາຮ່ວມເປັນສ່ວນໜຶ່ງຂອງງານນີ້. ບັນຍາ ກາດໃນງານແມ່ນຟົດຟື້ນຫລາຍ ເພາະຫົວຂໍ້ທີ່ນຳມາສະເໜີໃນແຕ່ລະຕອນ, ແຕ່ລະຊ່ວງແມ່ນໃດ້ອັດແໜ້ນຄວາມຮູ້ ແລະ ປະສົບການຕົວຈິງໃຫ້ແກ່ຜູ້ທີ່ເຂົ້າ ຮ່ວມໄດ້ເກັບກ່ຽວເອົາໄປເປັນປະສົບການ, ເປັນບົດຮຽນ ແລະ ຄວາມຮູ້ເພີ່ມເຕີມໃນການດຳເນີນງານ, ການໃຊ້ຊີວິດປະຈຳວັນຂອງເຂົາເຈົ້າ.
ສຳລັບຂໍ້ມູນອື່ນທ່ານ ສາມາດເຂົ້າຊົມໄດ້ທີ່ URL: http://www.itsd.edu.la/IT_Festa/
ພາບບັນຍາກາດໃນງານ, ຜູ້ເຂົ້າຮ່ວມ ແລະ ກິດຈະກຳຕ່າງທີ່ຈັດຂຶ້ນ.
ກັບຄືນ
ການຝຶກອົບຮົມ CCNA Security Advanced ຈາກປະເທດຢີ່ປຸ່ນ
ວັນທີ 3 ກຸມພາ, 2011. ທີ່ສຳນັກງານອົງການໄຈກ້າ ປະຈຳລາວ ໄດ້ຈັດການຝຶກອົບຮົມໄລຍະສັ້ນເຄິ່ງ ມື້ດ້ວຍການໃຊ້ TV Conference ເຊິ່ງສອນໂດຍ ກົງຈາກ ທ່ານ ສາດສະດາຈານ ຢາມາກຸຈິ ສຸກຸລຸ ຈາກສະຖາບັນ ວິທະຍາສາດ ແລະ ເທັກໂນໂລຊີ ນາຣາ ປະເທດຢີ່ປຸ່ນ ທັງເປັນຄະນະກຳມະການມູນ ລະນິທິສູນຂໍ້ມູນເຄືອຂ່າຍ ແລະ ສະມາຊິກຄະນະກຳມະການໂຄງການ WIDE ທີ່ປະເທດ ຢີ່ປຸ່ນ. ຈຸດປະສົງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເປັນການສົ່ງເສີມ ໃຫ້ຄູອາຈານ ທີ່ຢູ່ໃນມະຫາໄລ ກໍ່ຄື ຜູ້ເຂົ້າຮ່ວມຄົນອື່ນໆມີຄວາມເຂົ້າໃຈຂຶ້ນຕື່ມໃນເລື່ອງໄພຮຸກຮານ ຄວາມປອດໄພຂອງລະບົບເຄືອຂ່າຍ ໃນປະເທດຢີ່ປຸ່ນ ໃນປະຈຸບັນ. ຫົວຂໍ້ສຳຄັນມີດັ່ງລຸ່ມນີ້:
- CCNA Security Advanced Course
- Growing Risks on Information Security Incidents?Mechanism, Trends and Lessons Learned from Japan cases
ກັບຄືນ
ງານມະຫາກຳທາງດ້ານ ໄອທີ (IT Festa)
ງານມະຫາກຳທາງດ້ານ ໄອທີ (IT Festa) ທີ່ ຄວສ, ວິທະຍາເຂດໂສກປ່າຫລວງ
ເລີ່ມວັນທີ 11-12 ມີນາ, 2011. ທີ່ອາຄານໄອທີ ຫຼັງໃໝ່, ຄະນະວິສະວະກຳສາດ, ມະຫາວິທະຍາ ໄລແຫ່ງຊາດລາວ (ວິທະຍາເຂດໂສກປ່າຫລວງ).
ກັບຄືນ
ການຝຶກອົບຮົມໄລຍະສັ້ນ ເດືອນ ມັງກອນ ຫາ ເດືອນ ກຸມພາ ປີ2011
ການຝຶກອົບຮົມໄລຍະສັ້ນ CCNA D1, LAMP1 and LAMP2 ໃນເດືອນ ມັງກອນ ຫາ ເດືອນ ກຸມພາ ປີ2011
* ແບບຟອມສະໝັກ ແລະ ເອກະສານອື່ນໆໂຫຼດໄດ້ທີ່ເມນູດາວໂຫຼດ
ຕິດຕໍ່ທີ່ໜ່ວຍງານ ITBU: 021-312198, 020 54411199, 020 23046446.
ກັບຄືນ
ພິທີມອບ-ຮັບອາຄານໄອທີຫຼັງໃໝ່
ວັນທີ 30 ພະຈິກ 2010
ໃນທີ່ສຸດອາຄານໄອທີຫຼັງໃໝ່ກໍ່ໄດ້ສ້າງສຳເລັດລົງ ແລະ ໄດ້ເປີດນຳໃຊ້ຢ່າງເປັນທາງການໃນ ວັນທີ30 ພະຈິກ ປີ2010 ທີ່ຜ່ານມານີ້. ໂດຍການເປັນ ປະທານເປີດງານຄັ້ງນີ້ ແມ່ນ ທ່ານ ສາດສະດາຈານ ດຣ. ບົວລິນ ສ້ອຍສຸວັນ ຄະນະບໍດີຄະນະວິສະວະກຳສາດ. ທ່ານ ດຣ. ພັນຄຳ ວິພາວັນ ນາຍຍົກລັດຖະມົນຕີ ວ່າການກະຊວງສຶກສາທິການ ແລະ ທ່ານ ນາງ ຈູນໂກະ ໂຢໂກຕະ ເອກອັກຄະລາຊະທູດ ສະຖານທູດຢີ່ປຸ່ນປະຈຳລາວ ເປັນຜູ້ຕັດ ລິບບິນ ເພື່ອເປີດ ມອບ-ຮັບ ຕຶກອາຄານ ຢ່າງເປັນທາງການ. ພິທີດັ່ງກ່າວໄດ້ເປີດຂຶ້ນທີ່ຄະນະວິສະວະກຳສາດ, ວິທະຍາເຂດໂສກປ່າຫຼວງ. ເຊິ່ງມີຜູ້ ເຂົ້າຮ່ວມທີ່ມາຈາກຫຼາຍພາກສ່ວນ. ສຳລັບອາຄານຫຼັງນີ້ແມ່ນສ້າງເພື່ອຮັບໃຊ້ການຮຽນການສອນ ໄອທີໃນລະດັບຂັ້ນສູງ. ນັກສຶກສາທີ່ຮຽນຈົບຈາກສະຖາບັນ ແຫ່ງນີ້ຈະໄດ້ຮັບຄຸນນະພາບທາງດ້ານວຸດທິການສຶກສາ ແລະ ສາມາດພັດທະນາສີມືການເຮັດວຽກດ້ານໄອທີຈາກພາກພື້ນ ໃຫ້ທຽບເທົ່າລະດັບສາກົນໄດ້.
ພາບບັນຍາກາດໃນການເປີດງານ
ກັບຄືນ
ການຝຶກອົບຮົມໄລຍະສັ້ນ ໃນເດືອນ ທັນວາ ປີ2010
ຫຼັກສູດໄລຍະສັ້ນ LAMP1, LAMP2 & CCNA D2 ໄດ້ເປີດຂຶ້ນອີກແລ້ວ ທີ່ຄະນະວິສະວະກຳສາດ, ວິທະຍາເຂດໂສກປ່າຫຼວງ. ການຝຶກອົບຮົມຄັ້ງນີ້ ແມ່ນ ມີຄວາມສະດວກສະບາຍຂຶ້ນກ່ວາເກົ່າ ເພາະຈະຈັດທີ່ອາຄານໄອທີຫຼັງໃໝ່ທີ່ຫາກໍ່ສ້າງສຳເລັດ ແລະ ໄດ້ເປີດນຳໃຊ້ຢ່າງເປັນທາງການໃນວັນທີ31 ຕູລາ 2010ຜ່ານມານີ້. ແບບຟອມສະໝັກ ແລະ ເອກະສານອື່ນໆໂຫຼດໄດ້ທີ່ເມນູດາວໂຫຼດ.
ທ່ານທີ່ສົນໃຈກະລຸນາ ຕິດຕໍ່ທີ່ໜ່ວຍງານ ITBU: 021-312198, 020 55728882, 020 3322907.
ກັບຄືນ
ຜົນການສຳຫຼວດ, ຄົ້ນຄ້ວາ ແລະ ລາຍງານການຕະຫຼາດທີ່ໃຫ້ບໍລິການດ້ານ IT ໃນລາວ ປີ 2009
(Laos IT Service market research and analysis report 2009)
ເພື່ອໃຫ້ເຂົ້າໃຈກ່ຽວກັບສະຖານະການຂອງຕະຫລາດການບໍລິການດ້ານ IT ໃນປັດຈຸບັນ, ທາງໂຄງການ ແລະ ສະມາຄົມການຄ້າລາວ IT (LICA) ໄດ້ດຳເນີນການສຳຫຼວດ ແລະ ວິເຄາະຂໍ້ມູນ ກັບຜູ້ທີ່ມີສ່ວນໄດ້ສ່ວນເສຍຫຼັກໃນການເຮັດທຸລະກິດດ້ານນີ້. ເຊິ່ງແມ່ນການສຳຫຼວດຄັ້ງແລກໃນລາວ ແລະ ກໍ່ໄດ້ພົບຂໍ້ເທັດຈິງທີ່ໜ້າສົນໃຈຫຼາຍ. ຈາກບົດລາຍງານ ແລະ ຜົນການວິເຄາະສະບັບນີ້ ທາງໂຄງການ ແລະ ສະມາຄົມການຄ້າລາວ IT (LICA) ໄດ້ຕັດສິນໃຈທີ່ຈະທຳການສຳຫຼວດດ້ານອື່ນໆ ເປັນຕົ້ນແມ່ນ ການສຳຫຼວດຕະຫຼາດຮ່ວມມືທຸລະກິດສາກົນ.
ທ່ານສາມາດດາວໂຫຼດບົດລາຍງານໄດ້ທີ່ ເມນູດາວໂຫຼດ.
ກັບຄືນ
ຄວາມເປັນໄປໄດ້ ແລະ ໂອກາດໃນການເຮັດທຸລະກິດໂດຍການເອົາວຽກຈາກຕ່າງປະເທດມາເຮັດສຳລັບຜູ້ປະກອບການດ້ານIT ຢູ່ລາວ
(Potential and Opportunities on IT Outsourcing (Overseas) for Lao IT Entrepreneurs)
ວັນທີ31 ສິງຫາ ປີ2010
ທາງໂຄງການ ແລະ ສະມາຄົມການຄ້າລາວ IT (LICA) ໄດ້ກຳລັງທຳການສຳຫຼວດ ຕະຫຼາດຮ່ວມມືທຸລະກິດສາກົນທັງພາຍໃນ ແລະ ຕ່າງປະເທດ. ການປະຊຸມຄະນະກຳມະການຄັ້ງທຳອິດໄດ້ຈັດຂຶ້ນເມື່ອວັນທີ 31 ສິງຫາ 2010 ແລະ ໃນທີ່ປະຊຸມ ກໍ່ໄດ້ມີການສົນທະນາ, ປຶກສາກັນ ເຊິ່ງໄດ້ ຮັບຜົນສຳເລັດອັນຈົບງາມ.
ທ່ານສາມາດດາວໂຫຼດເອົາລາຍການປະຊຸມ ແລະ ເອກະສານການບັນຍາຍຕ່າງໆໄດ້ທີ່ເມນູດາວໂຫຼດ.
ກັບຄືນ
ຫຼັກສູດຊ່ຽວຊານ ໄອທີ (ITSC 2010)
ວັນທີ 1 ຕຸລາ ປີ2010
ພາກວິຊາວິສະວະກໍາຄອມພິວເຕີ ແລະ ເທັກໂນໂລຊີຂໍ້ມູນຂ່າວສານ, ຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດລາວຈະໄດ້ເປີດ ຫຼັກສູດຊ່ຽວຊານໄອທີ ລະດັບຂັ້ນສູງ IT Specialist Course 2010 ຂຶ້ນໃໝ່ໃນເດືອນ ຕຸລາ ປີ 2010 ນີ້ເຊິ່ງມີ 2 ສາຂາຮຽນຄື: Software Engineering and Networking. ໄລຍະການຮຽນແຕ່ລະສາຂາແມ່ນໃຊ້ເວລາ 1ປີ ທຽບເທົ່າໄລຍະການຮຽນໃນ ຫຼັກສູດປະລິນຍາໂທ ປີທີ1. ພິເສດນັກສຶກສາທີ່ຈະຮຽນໃນຫຼັກສູດ ITSC ແມ່ນມີສິດສະໝັກຂໍທຶນການສຶກສາ 1ປີ ເພື່ອເຂົ້າຮຽນໃນຫຼັກສູດນີ້. ທ່ານສາມາດເບິ່ງລາຍຊື່ຜູ້ໃຫ້ທຶນການສຶກສາ ພ້ອມດ້ວຍຂໍ້ມູນອື່ນໆ ແລະ ລາຍລະອຽດຕ່າງໆໄດ້ທີ່ເມນູ Downloads ຫຼື ຕິດຕໍ່ພວກເຮົາໄດ້ຕາມທີ່ຢູ່ຂ້າງເທິງ.
* ສະຖານທີ່ສົ່ງໃບສະໝັກ

ກັບຄືນ
ການຝຶກອົບຮົມໄລຍະສັ້ນ ໃນປີ 2010
ວັນທີ1-23 ກັນຍາ ປີ2010
ການຝຶກອົບຮົມຫຼັກສູດ LAMP2 and CCNA D2
ການຝຶກອົບຮົມຫຼັກສູດໄລຍະສັ້ນ Apache Administration and web Design for LAMP (LAMP2) and ຫຼັກສູດ CCNA D2 ເລີ່ມຂື້ນອີກແລ້ວໃນເດືອນ ກັນຍາ ປີ 2010. ເລີ່ມແຕ່ ວັນຈັນ ເຖິງ ວັນສຸກ ພາກແລງ (17:30-20:30) ສໍາລັບຫຼັກສູດ LAMP2 ແລະ ຫຼັກສູດ CCNA D2 ແມ່ນເລີ່ມວັນຈັນເຖິງວັນສຸກ 17:30-20:30 ແລະ ວັນເສົາ 9:00-16:30. ທ່ານໃດສົນໃຈກະລຸນາຕິດຕໍ່ທີ່ໜ່ວຍງານ ITBU ຕາມທີ່ຢູ່ໃນເມນູ ຕິດຕໍ່ພວກເຮົາ ຫຼື ດາວໂຫລດເອົາແບບຟອມສະໝັກ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງໄດ້ທີ່ເມນູ Downloads.
ການຝຶກອົບຮົມຫຼັກສູດໄລຍະສັ້ນ.
ໜ່ວຍງານ ITBU ຈະໄດ້ເປີດຝຶກອົບຮົມຫຼັກສູດໄລຍະສັ້ນໃນຫົວຂໍ້ຕ່າງໆ, ລາຍລະອຽດທ່ານ ສາມາດເບີ່ງຫົວຂໍ້ການຝຶກອົບຮົມໄດ້ທີ່ເມນູ Downloads.
ກັບຄືນ
ການຝຶກອົບຮົມ CCNA D4 ສຳລັບຄູ-ອາຈານ
ວັນທີ 16-27 ສິງຫາ 2010
ການຝຶກອົບຮົມຄັ້ງສຸດທ້າຍ ຂອງສາຂາ Networking ເຊິ່ງເອີ້ນວ່າ Cisco CCNA Module4 (CCNA D4) ສຳລັບຄູ-ອາຈານ, ໂດຍໃຊ້ເວລາ ສອງອາທິດ ໄດ້ສິ້ນສຸດລົງ ພາຍໃຕ້ການສອນໂດຍ ທ່ານ ກົກຊາຍ ຈາກປະເທດ ສິງກະໂປ. ການຝຶກອົບຮົມຄັ້ງນີ້ແມ່ນ ເປັນການວັດລະດັບຄວາມຮູ້-ຄວາມສາມາດທັງໝົດທີ່ຮຽນມາຕັ້ງແຕ່ Module1 ເຖິງ Module4 ເຊິ່ງໄດ້ລວມເອົາບົດຮຽນທັງໝົດເຂົ້ານຳກັນແລ້ວທຳການສອບເສັງ ແບບທັກສະ ແລະ ແບບອອນລາຍ. ບົດຮຽນແມ່ນມີທັງຍາກ ແລະ ງ່າຍປະສົມປະສານກັນ, ແຕ່ ກໍ່ບໍ່ໄດ້ສ້າງບັນຫາໃຫ້ຄູ-ອາຈານເຮົາທຸກຄົນແຕ່ຢ່າງໄດ. ມາເຖິງວັນທີ 27 ສິງຫາ 2010 ທຸກຄົນແມ່ນໄດ້ຮັບໃບປະກາດຈາກ Cisco ປະເທດສິງກະໂປ ດ້ວຍສີໜ້າທີ່ຍີ້ມແຍ້ມແຈ່ມໃສ. ພາຍຫຼັງທີ່ຈົບການຝຶກອົບຮົມນີ້ແລ້ວ ທາງໂຄງການຈະໄດ້ຈັດໃຫ້ມີການສຳມະນາພິເສດພາຍໃຕ້ຫົວຂໍ້ "Network Advance Course" ໂດຍ Cisco-JICA Collaboration Distance Seminar ທີ່ສຳນັກງານອົງການ JICA ໃນວັນທີ 15-16 ສິງຫາ 2010 ທີ່ຈະມາເຖິງນີ້.
ພາບບັນຍາກາດໃນຫ້ອງຮຽນ ແລະ ການຮັບໃບປະກາດຈາກອາຈານສິງກະໂປ.
ກັບຄືນ
ການຢ້ຽມຢາມມະຫາວິທະຍາໄລ ຂອນແກ່ນ (ປະເທດໄທ)
ວັນທີ 9-20-ສິງຫາ-2010
ເພື່ອເປັນການແລກປ່ຽນປະສົບການໃໝ່ ແລະ ເກັບກຳຂໍ້ມູນກ່ຽວກັບການສ້າງໜ່ວຍງານໜຶ່ງເອີ້ນວ່າ ໜ່ວຍງານ Incubator ໃນ ໜ່ວຍງານ ITBU ຂອງ ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ ລະຫວ່າງ ຄະນະວິສະວະກຳສາດ ແລະ ມະຫາວິທະຍາໄລຂອນແກ່ນ. ທາງໂຄງການ ໄດ້ຈັດການທັດສະນະສຶກສາ ແລະ ຢ້ຽມຢາມ ມະຫາວິທະຍາໄລຂອນແກ່ນ (ພາກຕາເວັນອອກສ່ຽງເໜືອ ຂອງປະເທດໄທ). ການເດີນທາງຄັ້ງນີ້ໄດ້ມີ ທ່ານ ຮສ ດຣ. ຄຳຜຸຍ ສຸດທິສົມບັດ ຮອງ ຄະນະບໍດີ ຄະນະວິສະວະກຳສາດ ຝ່າຍວິຊາການ ເປັນຜູ້ນຳພາ ພ້ອມດ້ວຍ ຊ່ຽວຊານ ຈາກອົງການ JICA ທີ່ປະຈຳຢູ່ ຄະນະວິສະວະກຳສາດ 2ທ່ານ, ຕົວແທນຈາກສຳນັກງານໃຫຍ່ອົງການJICA 1ທ່ານ ແລະ ພະນັກງານຄູ-ອາຈານ ທີ່ຮ່ວມງານກັບໂຄງການອີກ 7ທ່ານ.
ເມື່ອເວົ້າເຖິງ ມະຫາວິທະຍາໄລຂອນແກ່ນ ແລ້ວແມ່ນເປັນ ມະຫາວິທະຍາໄລ ທີ່ໃຫຍ່ທີ່ສຸດໃນພາກຕາເວັນອອກສ່ຽງເໜືອ ຂອງປະເທດໄທ ແລະ ກໍ່ໄດ້ ມີການຮ່ວມມືກັນ ລະຫວ່າງ ມະຫາວິທະຍາໄລແຫ່ງຊາດລາວ ມາເປັນເວລາດົນນານແລ້ວ. ການຢ້ຽມຢາມຄັ້ງນີ້ແມ່ນ ເປັນການເກັບກຳຂໍ້ມູນ ເບື້ອງຕົ້ນ ກັບສຳນັກງານອຸດທະຍານວິທະຍາສາດ ແລະ ສູນປະສານງານເຂດອຸດສາຫະກຳຊອບແວ໌, ມະຫາວິທະຍາໄລຂອນແກ່ນ ກ່ຽວກັບການສ້າງຕັ້ງ ໜ່ວຍງານ Incubator ໃນຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ ໃນໃວໆນີ້.
ພາບຖ່າຍຜະຫຼິດຕະພັນຂອງບໍລິສັດຈຳນວນໜຶ່ງທີ່ເລີ່ມເຮັດທຸລະກິດກັບໜ່ວຍງານ Incubator ຢູ່ໃນມະຫາວິທະຍາໄລຂອນແກ່ນ
ກັບຄືນ
ການຝຶກອົບຮົມ IT Essential ສຳລັບຄູ-ອາຈານ
ວັນທີ 9-17-ສິງຫາ-2010
ການຝຶກອົບຮົມ Cisco IT Essential ໄດ້ຈັດຂຶ້ນທີ່ ຄະນະວິສະວະກຳສາດ, ພາກວິຊາ ຄອມພິວເຕີ ແລະ IT ພາຍໃຕ້ໂຄງການ ITSD ທີ່ປະຈຳຢູ່ໃນ ຄະນະວິສະວະກຳສາດ. ຜູ້ຊ່ຽວຊານ JICA ໄດ້ເຊີນ ອາຈານສອນຈາກປະເທດ ສິງກະໂປ ທ່ານ ຄຣິດສະຕົບເຟີ ມາເປັນຜູ້ນຳພາ ການຮຽນ-ການສອນ ຄັ້ງນີ້ໃຫ້ແກ່ຄູ-ອາຈານ ທີ່ຢູ່ໃນຄະນະວິສະວະກຳສາດ ແລະ ອາຈານສອນຈາກຄະນະອື່ນໆອີກ. ຫຼັກສູດ IT Essential ນີ້ແມ່ນການຝຶກອົບຮົມ ແບບພື້ນຖານສຳລັບການຕິດຕັ້ງຄອມພິວເຕີ PC Hardware and Software ເຊິ່ງທຸກຄົນຈະໄດ້ຮຽນຮູ້ ເບື້ອງຕົ້ນກ່ຽວກັບຄອມພິວເຕີບໍ່ວ່າຈະເປັນ Hardware ຫຼື Sotfware, ຫົວຂໍ້ຫຼັກລວມມີດັ່ງລຸ່ມນີ້:
ຫົວຂໍ້ການຝຶກອົບຮົມ
- Introduction to the Personal Computer
- Safe Lab Procedures and Tool Use
- Computer Assembly – Step by Step
- Basics of Preventive Maintenance and Troubleshooting
- Fundamental Operating Systems
- Fundamental Laptops and Portable Devices
- Fundamental Printers and Scanners
- Fundamental Networks
- Fundamental Security
- Communication Skills
- Advanced Personal Computers
- Advanced Operating Systems
- Advanced Laptops and Portable Devices
- Advanced Printers and Scanners
- Advanced Networks
- Advanced Security
ກັບຄືນ
ການສອບເສັງວິຊາ Oracle Database Administration ຄັ້ງທຳອິດໃນລາວ
ວັນທີ 30-ກໍລະກົດ-2010
ໃບປະກາດຂອງ ບໍລິສັດ Oracle ຜູ້ນຳດ້ານຖານຂໍ້ມູນໃນໂລກຈະໄດ້ຖືກມອບໃຫ້ແກ່ ທ້າວ ອານຸພາບ ພູນສະຫັວດ ຜູ້ທີ່ສອບເສັງຜ່ານວິຊາ SQL Fundamentals 1 ດ້ວຍຄະແນນ 70% ແລະ ວິຊາ OCA (Database 10g Administration 1) ດ້ວຍຄະແນນ 98% ເປັນຄົນທຳອິດໃນລາວ ເຊິ່ງການສອບເສັງແມ່ນສອບເສັງ ແບບອອນລາຍໂດຍຜ່ານສູນສອບເສັງ Pearson Vue ແຫ່ງທຳອິດຂອງປະເທດ ທີ່ຢູ່ໃນຄະນະວິສະວະກຳສາດ. ຜົນໄດ້ຮັບຄັ້ງນີ້ແມ່ນ ເປັນທີ່ພາກພູມໃຈ ຫຼາຍບໍ່ວ່າຈະເປັນຊ່ຽວຊານ JICA ແລະ ຜູ້ອື່ນໆໂດຍສະເພາະແມ່ນ ທ່ານ ອີຊິກາວະ ຜູ້ທີ່ເປັນຕົວຫຼັກ ໃນການຝຶກສອນ ແລະ ໃຫ້ຄຳປຶກສາແກ່ອາຈານ ທຸກຄົນ. ສຳລັບນັກສອບເສັງ Database ຄົນອື່ນໆ ແມ່ນກຳລັງກະກຽມ ແລະ ຝຶກຊ້ອມກັນຢ່າງໜັກເພື່ອທີ່ຈະບໍ່ໄດ້ມີການຜິດພາດກັນອີກເປັນຄັ້ງທີສອງ.
ສຳລັບບຸກຄົນພາຍນອກ, ຖ້າຫາກທ່ານໃດຕ້ອງການ ໃບຢັ້ງຢືນຈາກ ບໍລິສັດ Oracle Academics ໂດຍທີ່ບໍ່ຈຳເປັນຕ້ອງໄປສອບເສັງຢູ່ຕ່າງປະເທດ. ດຽວນີ້ມີເປີດແລ້ວ ສູນສອບເສັງ Pearson Vue ທີ່ຄະນະວິສະວະກຳສາດ ເຊິ່ງເປັນສູນສອບເສັງດ້ານ IT ໂດຍສະເພາະ ແລະ ເປັນແຫ່ງທຳອິດໃນລາວ ຕິດຕໍ່ສອບຖາມໄດ້ນຳໜ່ວຍງານ ITBU ທີ່ຢູ່ໃນເມນູ Contact us.
ກັບຄືນ
ການຝຶກອົບຮົມ Database Administration
ວັນທີ 13-27-ກໍລະກົດ-2010
ການຝຶກຄັ້ງນີ້ແມ່ນໄດ້ເນັ້ນເລື່ອງການກຽມສອບເສັງເອົາໃບຢັ້ງຢືນຈາກ Oracle Academics, ທ່ານ ອີຊິກາວະ ໄດ້ທວນຄືນບົດຮຽນ ໃຫ້ແກ່ຜູ້ທີ່ສອບເສັງ SQL Fundamentals1 ບໍ່ຜ່ານໃນຄັ້ງທີ່ແລ້ວ ເພື່ອໃຫ້ການສອບເສັງຄັ້ງຕໍ່ໄປຈະໄດ້ບໍ່ມີຄວາມຜິດພາດອີກ ພ້ອມທັງທວນ ວິຊາ OCA (database 10g administration 1) ດ້ວຍຄວາມເອົາໃຈໃສ່ ເພາະການສອບເສັງຄັ້ງຕໍ່ໄປນີ້ແມ່ນຈະເປັນຄັ້ງສຸດທ້າຍ ທີ່ທາງໂຄງການ ຈະໃຫ້ເງິນຊ່ວຍເຫຼືອດ້ານງົບປະມານ ສະໜັບສະໜູນຄ່າໃຊ້ຈ່າຍໃນການສອບເສັງ ແຕ່ກໍ່ອາດຈະເປັນແຜນການທີ່ວາງໃວ້ເທົ່ານັ້ນ. ເຖິງຢ່າງໃດກໍ່ຕາມ ທຸກຄົນແມ່ນມີຄວາມຄາດຫັວງໃວ້ກັບນັກ Database ຂອງເຮົາ ເຊິ່ງຈະເປັນຜູ້ນຳໃນເລື່ອງຖານຂໍ້ມູນ ແລະ ໄດ້ຮັບການຢັ້ງຢືນຈາກ Oracle ເປັນກຸ່ມແລກຂອງປະເທດລາວ. ຫົວຂໍ້ຫຼັກໃນການຝຶກ ອົບຮົມມີຄື:
Database Administration
- Oracle 10g OCA certificate examination preparation
- Take examinations for Oracle 10g OCA certificate (SQL Fundamental and DBA I)
Note: Only selected trainees can take the examinations. It will be judged by the lecturer.
ກັບຄືນ
ການຝຶກອົບຮົມ Java ສຳລັບຄູ-ອາຈານ ຄັ້ງທີ2
ວັນທີ 15-ມີຖຸນາ-12-ກໍລະກົດ-2010
ຫຼັກສູດ JAVA II ໄດ້ເລີ່ມຂຶ້ນແລ້ວ ສຳລັບຜູ້ທີ່ສອບເສັງຜ່ານຈາກການຝຶກອົບຮົມ JAVA I ຄັ້ງທີ່ແລ້ວນີ້ ເຊິ່ງການຝຶກອົບຮົມຄັ້ງນີ້ ແມ່ນເນັ້ນໃຫ້ຄູ-ອາຈານ ຜູ້ທີ່ຈະສອນວິຊາ JAVA ໃຫ້ມີຄວາມເຂົ້າໃຈ ແລະ ເພີ່ມຄວາມຮູ້ໃນວິຊານີ້ຂຶ້ນຕື່ມ ເພື່ອເຮັດໃຫ້ມີປະສິດທິພາບໃນການສົ່ງບົດຮຽນໃຫ້ກັບນັກສຶກສາ ເຊິ່ງຫົວຂໍ້ໃນການຝຶກອົບຮົມມີຄື:
- Java programming environment Installation
- Struts -- Web application framework for Java
- Introduction to Java EE (former J2EE)
- Software development process
- Introduction to project managemen
- Workshop (Web application development with proper development process)
ກັບຄືນ
ກອງປະຊຸມຄະນະປະສານງານໂຄງການ (JCC) ຄັ້ງທີ 2
ວັນທີ 10-ມີຖຸນາ-2010
ກອງປະຊຸມຄະນະປະສານງານໂຄງການ (JCC) ໄດ້ຈັດຂຶ້ນ ເປັນຄັ້ງທີສອງ ທີ່ຄະນະວິສະວະກຳສາດ, ຕຶກເອເລັກໂຕຼ. ມີຜູ້ເຂົ້າຮ່ວມທີ່ມາຈາກຫຼາຍພາກສ່ວນ ໂດຍສະເພາະ ທ່ານ ເລຂາ ເອກອັກຄະລະສະທູດ ສະຖານທູດຢີ່ປຸ່ນປະຈຳລາວກໍ່ໄດ້ເຂົ້າຮ່ວມ, ພ້ອມດ້ວຍຄະນະບໍດີ ຄະນະວິສະວະກຳສາດ, ຫ້ອງການໃຫຍ່ JICA, ສະມາຄົມການຄ້າລາວ IT (LICA) ແລະ ພາກສ່ວນອື່ນໆອີກ. ໂດຍກອງປະຊຸມຄັ້ງນີ້ ທ່ານ ອາຈານ ດຣ. ຄຳເພັດ ໄດ້ນຳສະເໜີຫຼັກສູດ Programming ເຊິ່ງໄດ້ມີການເປີດຝຶກອົບຮົມໄລຍະສັ້ນມາແລ້ວຫຼາຍໆຄັ້ງໃນຫົວຂໍ້ LAMP ແລະ ທ່ານ ອາຈານແສງລັດສະໝີ ກໍ່ໄດ້ນຳສະເໜີຫຼັກສູດ Networking ເຊັ່ນກັນ, ນອກຈາກນັ້ນກໍ່ຍັງມີໜ່ວຍງານ ITBU ແລະ ໜ່ວຍງານ ITSC ກໍ່ໄດ້ນຳສະເໜີທີ່ປະຊຸມ, ເຊິ່ງທັງໝົດນັ້ນແມ່ນຂໍ້ມູນ ແລະ ວຽກງານຕ່າງໆທີ່ທາງໂຄງການໄດ້ຮ່ວມມືກັບ ຄູ-ອາຈານ ທີ່ຢູ່ໃນຄະນະວິສະວະກຳສາດ ເຮັດວຽກຮ່ວມກັນຈົນໄດ້ຮັບຜົນສຳເລັດອັນຈົບງາມ.
ກັບຄືນ
ການສອນພາກປະຕິບັດສຳລັບ LAMP ແລະ Sever Administration
ວັນທີ 10-ເມສາ-10-ມີຖຸນາ-2010
ທ່ານ Kogure ໄດ້ນຳພາການຝຶກອົບຮົມຄັ້ງນີ້ ໂດຍເນັ້ນທີ່ການຝຶກພາກປະຕິບັດຕົວຈິງ ດ້ວຍການ ເຮັດ Workshop ແລະ ຝຶກການປະຕິບັດການສອນແບບຕົວຈິງ ສຳລັບກຸ່ມ Programming ແລະ ກຸ່ມ Networking. ທ່ານ Kogure ໄດ້ສອນວິທີການສ້າງ ຫຼັກສູດ ສຳລັບ ວິຊາ Programming ແລະ ວິຊາ Networking ທັງນີ້ກໍ່ເພື່ອຝຶກໃຫ້ຄູ-ອາຈານ ຜູ້ທີ່ຈະສອນວິຊານີ້ໃຫ້ມີປະສົບການ ແລະ ຄວາມໝັ້ນໃຈຂຶ້ນຕື່ມໃນການສິດສອນ, ຫົວຂໍ້ຫຼັກໃນການສິດສອນມີຄື:
Development Workshop including:
- Requirements Definition
- Schedule Development
- Cost Estimation
- System Design / Module Design
- Configuration Management (CVS)
- Implementation
- Testing
- Deployment
- Teaching practice on the workshop
- Review on LAMP syllabi
- Additional technical transfer
Teaching practice on Server Administration including:
- DNS (bind)
- FTP (vsftpd)
- Web (apache)
- Mail (postfix / dovecot)
- Proxy (squid)
- Firewall (iptables)
- File server (samba)
- Disk quota
- Other servers (NFS, LDAP)
ກັບຄືນ
ການປຸກສ້າງອາຄານ IT ຫຼັງໃໝ່ຂອງຄະນະວິສະວະກໍາສາດ
ວັນທີ 28 ເດືອນມີນາ ປີ2010
ໃນທີ່ສຸດການເຊັນສັນຍາກໍ່ສ້າງອາຄານ IT ຫຼັງໃໝ່ຂອງຄະນະວິສະວະກໍາສາດ ກໍ່ໄດ້ສໍາເລັດລົງໃນວັນທີ 25 ມີນາ ປີ2010 ນີ້ ແລະ ການກໍ່ສ້າງແມ່ນຈະເລີ່ມລົງມືທັນທີ. ອາຄານດັ່ງກ່າວແມ່ນ ຕັ້ງຢູ່ລະຫວ່າງກາງອາຄານ IT (ຕຶກA) ຫຼັງເກົ່າ ແລະ ຫໍພັກນັກສຶກສາຍິງ, ວິທະຍາເຂດ ໂສກປ່າຫຼວງ. ອາຄານຫຼັງນີ້ມີເນື້ອທີ່ 1,150 ຕາແມັດ. ເປັນອາຄານສອງຊັ້ນເສີມດ້ວຍຄອນກຮີດ ເພື່ອຮອງຮັບນັກສຶກສາ ທີ່ຈະມາຮຽນຫຼັກສູດ ຊ່ຽວຊານດ້ານ IT ໄດ້ຈໍານວນ 50 ຄົນ. ໄລຍະການກໍ່ສ້າງຈະໃຊ້ເວລາ 6 ເດືອນ ເລີ່ມແຕ່ເດືອນ ມີນາ ເປັນຕົ້ນໄປ ແລະ ຄາດວ່າຈະໃຫ້ທັນ ການເປີດຫຼັກສູດ ຊ່ຽວຊານດ້ານ IT ໃນເດືອນ ຕຸລາ ປີ2010 ນີ້.
ກັບຄືນ
ການຝຶກອົບຮົມ CCNA D3 ສໍາລັບຄູ-ອາຈານ
ວັນທີ 9-19 ມີນາ ປີ2010
ເພື່ອສືບຕໍ່ການຝຶກອົບຮົມ CCNA D1&D2 ແລະ ສ້າງໃຫ້ຄູ-ອາຈານ ມີຄວາມຊໍານານ, ມີປະສົບການທາງດ້ານ Network ຂື້ນຕື່ມ, ທາງໂຄງການໄດ້ຈັດການຝຶກອົບຮົມ CCNA D3 ຂື້ນ ເຊີ່ງໄດ້ຮັບການຝຶກອົບຮົມຈາກຊ່ຽວຊານທາງດ້ານ Network ທີ່ທາງໂຄງການໄດ້ເຊີນມາຈາກ ປະເທດ ສິງກະໂປ. ທ່ານ ດາເຮນ ໄດ້ເອົາໃຈໃສ່ການຝຶກອົບຮົມ ຄັ້ງນີ້ເປັນພິເສດ ເຊິ່ງເຮັດໃຫ້ຜູ້ທີ່ເຂົ້າຮ່ວມການຝຶກອົບຮົມສາມາດຜ່ານການສອບເສັງແບບ Onlineໄດ້ໝົດທຸກຄົນ, ແຕ່ຍ້ອນບົດຮຽນຄັ້ງນີ້ຍາກຫຼາຍ ຈິ່ງເຮັດໃຫ້ ການສອບເສັງທາງດ້ານ ທັກສະມີການສອບເສັງຄືນຄັ້ງທີສອງສໍາລັບ 5ຄົນ, ແຕ່ໃນທີ່ສຸດທຸກຄົນກໍ່ໄດ້ຮັບໃບຢັ້ງຢືນຈາກ Cisco ຈາກປະເທດ ສິງກະໂປ. ມີຜູ້ເຂົ້າຮ່ວມທັງໝົດ 10ຄົນ ແລະ ເນື້ອໃນການຝຶກອົບຮົມມີດັ່ງລຸ່ມນີ້:
ຫົວຂໍ້ຫຼັກລວມມີ:
- Network in the Enterprise
- Exploring the Enterprise Network Infrastructure
- Switching in a Enterprise Network
- Addressing in an Enterprise Network
- Routing with a Distance Vector Protocol
- Routing with a Link-State Protocol
- Implementing Enterprise WAN Links
- Filtering Trafficusing Access Control Lists
- Troubleshooting an Enterprise Network
ກັບຄືນ
ລາຍງານຜົນການສໍາຫຼວດຕະຫຼາດ IT ໃນ ສປປ.ລາວ
ວັນທີ 25 ເດືອນມີນາ ປີ2010
ພາຍຫຼັງໄດ້ມີການຈັດກອງປະຊຸມປຶກສາຫາລືກ່ຽວກັບການສໍາຫຼວດຕະຫຼາດ IT ໃນລາວ ມາແລ້ວສາມຄັ້ງ ແລະ ໃນທີ່ສຸດຜົນການສໍາຫຼວດກໍ່ ອອກມາເປັນທີ່ໜ້າພໍໃຈສໍາລັບທຸກພາກສ່ວນ. ທາງໂຄງການໄດ້ສັ່ງພີມປື້ມອອກມາ 200 ເຫຼັ້ມດ້ວຍກັນ ເຊີ່ງແຕ່ລະເຫຼັ້ມມີທັງໝົດ 58ໜ້າ. ນີ້ເປັນການປັບປຸງແກ້ໄຂຄັ້ງທີ1 ເນື້ອຫາຫຼັກຂອງບົດສໍາຫຼວດມີຄື:
ພາບລວມຂອງຕະຫຼາດ IT ລາວ
- ພາບລວມຂອງເສດຖະກິດລາວ
- ອຸດສາຫະກໍາທາງດ້ານ IT ໃນລາວ
- ກົດໝາຍ ແລະ ລະບຽບການວ່າດ້ວຍສິ່ງແວດລ້ອມ
ການຄົ້ນພົບຜົນການສໍາຫຼວດໃນສະຖານະການປັດຈຸບັນ
- ຄວາມສົນໃຈຂອງຜູ້ຕອບສະໜອງ
- ການວິເຄາະເຫດການ
ແນວໂນ້ມດ້ານ IT ໃນອະນາຄົດ
- ແນວໂນ້ມການໃຊ້ຈ່າຍດ້ານ IT ໃນອະນາຄົດ
- ການບໍລິການໃນຕະຫຼາດທາງດ້ານ ITໃນອະນາຄົດ
- ຊັບພະຍາກອນມະນຸດດ້ານ IT ໃນອະນາຄົດ
- ການສຶກສາດ້ານ IT ໃນອະນາຄົດ
ບົດສະຫຼຸບລວມຂອງການສໍາຫຼວດ ແລະ ຂໍ້ສະເໜີແນະ
ຜົນການສໍາຫຼວດ ໄດ້ຂະຫຍາຍຄວາມຄິດເຫັນ ຂອງ ຜູ້ເຂົ້າຮ່ວມກອງປະຊຸມທີ່ຜ່ານ ທີ່ມາຈາກຫຼາຍພາກສ່ວນທັງພາກລັດ ແລະ ເອກະຊົນ, ຕົວແທນບໍລິສັດ IT ຕ່າງໆ, ສະມາຊິກຂອງສະມາຄົມການຄ້າລາວ ICT ລວມທັງສະຖາບັນການສຶກສາອື່ນໆທີ່ກ່ຽວຂ້ອງ ໃຫ້ເປັນທີ່ປະຈັກຕາວ່າ: ຄວາມຕ້ອງການທາງດ້ານ IT ໃນຕະຫຼາດບ້ານເຮົາ ແມ່ນກໍາລັງມີການເພີ່ມຂື້ນ ແລະ ມີທ່າທີຈະຂະຫຍາຍຕົວຕໍ່ໄປເລື້ອຍໆ.
ກັບຄືນ
ກອງປະຊຸມກ່ຽວກັບການສໍາຫຼວດຕະຫຼາດ IT ຄັ້ງທີສາມ
ວັນທີ 7 ເດືອນ ມີນາ ປີ2010
ກອງປະຊຸມໄດ້ຈັດຂື້ນທີ່ ໂຮງແຮມ ລາວພາຊ່າເປັນຄັ້ງທີສາມ, ມີຜູ້ເຂົ້າຮ່ວມຄັ້ງນີ້ 24 ຄົນ ເຊິ່ງມາຈາກພາກເອກະຊົນເປັນສ່ວນໃຫຍ່. ສະມາຄົມການຄ້າລາວ ICT ໄດ້ສະຫຼຸບລວມຜົນການປະຊຸມສອງຄັ້ງຜ່ານມາ ແລະ ໄດ້ນໍາສະເໜີຜົນການວິເຄາະຂໍ້ມູນທີ່ໄດ້ຈາກການສໍາຫຼວດຕໍ່ທີ່ປະຊຸມ ໂດຍສະເພາະ ໄດ້ຮວບຮວມເອົາຄວາມຄິດເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມຄັ້ງທີ່ຜ່ານມາ ເປັນຂໍ້ມູນຫຼັກທີ່ໄດ້ເຮັດໃຫ້ການສໍາຫຼວດຄັ້ງສຸດທ້າຍດໍາເນີນໄປດ້ວຍດີ ແລະ ມີກໍານົດທີ່ຈະພີມອອກເປັນປື້ມ ໃນທ້າຍເດືອນ ມີນານີ້.
ກັບຄືນ
ການຝຶກອົບຮົມ Linux Server Administratoin2
ວັນທີ 1 ກຸມພາ - 3 ມີນາ ປີ2010
ທ່ານ KOGURE Yoichi ໄດ້ຖ່າຍທອດບົດຮຽນໃນການຝຶກອົບຮົມຄັ້ງນີ້ເປັນຄັ້ງທີສອງເພາະວ່າ ການຝຶກອົບຮົມຄັ້ງທໍາອິດບໍ່ໄດ້ຮັບຜົນ ເທົ່າທີ່ຄວນ ສະນັ້ນ ຄັ້ງນີ້ແມ່ນໄດ້ເອົາໃຈໃສ່ເນັ້ນໜັກຂື້ນຕື່ມອີກເນື້ອໃນຂອງບົດຮຽນ, ເຊິ່ງທຸກຄົນກໍ່ໄດ້ຕັ້ງໃຈ ແລະ ຕິດຕາມ ການຝຶກອົບຮົມດ້ວຍຄວາມເອົາໃຈໃສ່. ຫົວຂໍ້ທີ່ເນັ້ນໜັກໃນການຝຶກອົບຮົມຄັ້ງນີ້ໄດ້ແກ່:
ຫົວຂໍ້ຫຼັກລວມມີ:
- Information Security
- Linux Basic
- LDAP
- Server Administration
ການຝຶກອົບຮົມຄັ້ງນີ້ ມີຄວາມຄາດໝາຍວ່າ ຫຼັງຈາກຈົບການຝຶກອົບຮົມແລ້ວທຸກໆຄົນແມ່ນ ຈະມີຄວາມໝັ້ນໃຈຂື້ນຕື່ມໃນເລື່ອງຂອງການຕິດຕັ້ງ Server, ການປ້ອງກັນໄພຄຸກຄາມ ແລະ ຄວາມປອດໄພຂອງຂໍ້ມູນຕ່າງໆ, ເຮັດໃຫ້ມີຄວາມຊໍານານການຈັດການກັບລະບົບປະຕິບັດການ Linux, ຈະໄດ້ສຶກສາກ່ຽວກັບການຕິດຕັ້ງ ແລະ ກໍານົດຄ່າ Server Open LDAP, ການຕັ້ງຄ່າພື້ນຖານໃນ LDAP Directory, ການຕັ້ງຄ່າ Mail ແລະ Server ອື່ນໆ, ການຕິດຕັ້ງ ແລະ ຈັດການ Server Intranet ໃນ Linux ແລະ Backup / Restore Server Linux.
ຜູ້ເຂົ້າຮ່ວມການຝຶກອົບຮົມແມ່ນ ພາກສ່ວນທີ່ໄດ້ຮັບການຝຶກອົບຮົມໃນຄັ້ງທໍາອິດຈໍານວນໜື່ງ ແລະ ທາງໂຄງການກໍ່ໄດ້ໃຫ້ສິດທິພິເສດແກ່ຄູ-ອາຈານໃໝ່ໃນຄະນະວິສະວະກໍາສາດ, ພາກວິຊາຄອມພີວເຕີ ແລະ IT ໄດ້ເຂົ້າຮ່ວມຝຶກອົບຮົມນໍາຈໍານວນ 5ຄົນ.
ກັບຄືນ
ການຝຶກອົບຮົມ Java ສໍາລັບຄູ-ອາຈານ
ວັນທີ 4 ກຸມພາ - 18 ມີນາ ປີ2010
ຫຼັກສູດ Java ໄດ້ເປີດຝຶກອົບຮົມໃຫ້ແກ່ບັນດາ ຄູ-ອາຈານ ແລະ ພາກສ່ວນພາຍນອກຜູ້ທີ່ສົນໃຈຈະເປັນອາຈານສອນຮັບເຊີນຂອງມະຫາວິທະຍາໄລໃນຕໍ່ໄປ ທາງໂຄງການໄດ້ມີການສອບເສັງຄັດເລືອກ ແລະ ໄດ້ມີ ຫຼາຍຄົນເຂົ້າຮ່ວມການສອບເສັງ, ແຕ່ທາງໂຄງການຄັດເລືອກເອົາສະເພາະຜູ້ທີ່ມີຄະແນນສູງ ແລະ ຜ່ານເກດ ທີ່ຕັ້ງໄວ້ ທັງນີ້ກໍ່ເພື່ອຕ້ອງການຜູ້ທີ່ເກັ່ງທີ່ຈະມາເປັນອາຈານສອນຮັບເຊີນໃນມະຫາວິທະຍາໄລ ເຊິ່ງຜົນສອບເສັງອອກມາແມ່ນມີພຽງແຕ່ ຄົນດຽວເທົ່ານັ້ນ ແຕ່ໂຄງການກໍ່ໄດ້ມີ ນະໂຍບາຍພິເສດສໍາລັບອີກສອງຄົນທີ່ມີຄະແນນເກືອບເຖິງເກດທີ່ຕັ້ງໄວ້ໃຫ້ເຂົ້າຮ່ວມຝຶກອົບຮົມນໍາໂຄງການ ແລະ ການຝຶກອົບຮົມກໍ່ໄດ້ເລີ່ມຂື້ນວັນທີ 4 ກຸມພາ ຫາ ວັນທີ 18 ມີນາ ປີ2010 ສອນໂດຍຊ່ຽວຊານຢີ່ປຸ່ນ Mr. ISHIKAWA Yasumitsu.
ການຝຶກອົບຮົມແມ່ນໄດ້ຮ່ວມກຸ່ມກັບພາກສ່ວນ Programming and Database ທີ່ກໍາລັງຝຶກອົບຮົມຢູ່ທີ່ຄະນະວິສະວະກໍາສາດ, ພາກວິຊາຄອມພີວເຕີ ແລະ IT, ວິທະຍາເຂດໂສກປ່າຫຼວງ. ທັງນີ້ກໍ່ເພາະວ່າ ວິຊາJava ແມ່ນຫຼັກສູດທີ່ຮຽນກ່ຽວກັບການຂຽນໂປຮແກມຄອມພີວເຕີໃນຮູບແບບ Object Oriented ທີ່ສຶກສາກັນຫຼາຍໃນປັດຈຸບັນ ເຊິ່ງ ຈໍາເປັນຕ້ອງມີຜູ້ທີ່ຊໍານານໃນດ້ານພາສານີ້ໂດຍສະເພາະ ແລະ ສາມາດທີ່ຈະຖ່າຍທອດ ບົດຮຽນ ແລະ ຄວາມຮູ້ໃຫ້ແກ່ນັກສຶກສາໃນຕໍ່ໆໄປໄດ້.
ຫົວຂໍ້ຫຼັກລວມມີ:
- Java Programming environment Installation
- Software development methodologies (Software developement process and models, testing methods, etc.)
- Java basic syntax
- Debugging method
- Basic algorithm
- UML
- Servlet, JSP, JDBC
- Eclipse
- Workshop (Web application development)
ກັບຄືນ
ກອງປະຊຸມກ່ຽວກັບການສໍາຫຼວດຕະຫຼາດ IT ຄັ້ງທີສອງ
ວັນທີ 8 ເດືອນກຸມພາ ປີ 2010
ກອງປະຊຸມໄດ້ຈັດຂື້ນທີ່ ໂຮງແຮມ ລາວພາຊ່າອີກເທື່ອໜຶ່ງ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີທັງໝົດ 20ຄົນ ທີ່ມາຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກໍາ ແລະ ການຄ້າ; ອົງການໄປສະນີ ແລະ ໂທລະຄົມມະນາຄົມແຫ່ງຊາດ; ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ (NAST); ອົງການສະມາຄົມການຄ້າລາວ ICT ພ້ອມດ້ວຍບໍລິສັດ IT ຕ່າງໆ ແລະ ມະຫາວິທະຍາໄລແຫ່ງຊາດກໍ່ມີໜ້າເຂົ້າຮ່ວມ. ຫຼັງຈາກການລາຍງານຂອງຫົວໜ້າທີມຜູ້ ສໍາຫຼວດ ໂດຍແມ່ນ ອົງການສະມາຄົມການຄ້າລາວ ICT ແລ້ວ ຜູ້ເຂົ້າຮ່ວມແຕ່ລະພາກສ່ວນກໍ່ໄດ້ປະກອບຄໍາຄິດເຫັນເພີ່ມອີກເພື່ອໃຫ້ບົດສໍາຫຼວດໄດ້ຮັບຜົນສໍາເລັດ ແລະ ມີຄຸນນະພາບ.
ກັບຄືນ
ການຝຶກອົບຮົມ Database (DBA-OCA)
ເດືອນກຸມພາ ປີ2010
ຈຸດປະສົງເປົ້າໝາຍຫຼັກຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເປັນການຝຶກຊ້ອມ ແລະ ກະກຽມທີ່ຈະສອບເສັງເອົາໃບປະກາດ OCA (Oracle Certified Associate) ທີ່ປະເທດໄທ. ຫຼັງຈາກໄດ້ມີການສອບເສັງຄັດເລືອກແບບທົດລອງຂອງ ທ່ານ ອີຊິກາວະ (Mr. Ishikawa) ຊ່ຽວຊານປະຈໍາໂຄງການໄຈກ້າ ແລ້ວ ກໍ່ໄດ້ມີ ຜູ້ສອບຜ່ານທັງໝົດ 7ຄົນ ແລະ ໄດ້ໄປສອບເສັງ OCA ທີ່ກຸງເທບ, ປະເທດໄທໃນວັນທີ 11-12 ກຸມພາ 2010. ແຕ່ກໍ່ເປັນທີ່ໜ້າເສຍດາຍ ທີ່ທຸກຄົນບໍ່ສາມາດຜ່ານການສອບເສັງ ແລະ ບໍ່ໄດ້ຮັບໃບປະກາດກັບມາ. ເຖິງຢ່າງໄດກໍ່ຕາມ ໂຄງການພວກເຮົາຍັງເຊື່ອໝັ້ນວ່າ ຈະຫາທຸກວິທີທາງເພື່ອຊ່ວຍໃຫ້ອາຈານສອນໃນມະຫາວິທະຍາໄລ ແລະ ນັກວິສະວະກອນ IT ຈາກ ພາກສ່ວນພາຍນອກຕ້ອງມີໃບຮັບຮອງ ຫຼື ໃບປະກາດຈາກບໍລິສັດ Oracle ໃຫ້ໄດ້ໃນອະນາຄົດອັນໃກ້ນີ້.
ພາບບັນຍາກາດການສອບເສັງ OCA ທີ່ປະເທດໄທ.
ກັບຄືນ
ຫຼັກສູດໄລຍະສັ້ນ CCNA D1
ເດືອນກຸມພາ ຫາ ເດືອນມີນາ ປີ2010
ການຝຶກອົບຮົມຄັ້ງທໍາອິດຫຼັກສູດ CCNA D1 ຂອງໜ່ວຍງານ ITBU ປະຈໍາຄະນະວິສະວະກໍາສາດ, ສອນໂດຍອາຈານສອນທີ່ໄດ້ຜ່ານການຮັບຮອງຈາກສູນ Cisco ປະເທດສິງກະໂປ. ການຮຽນ-ການສອນແມ່ນໄດ້ໃຊ້ອຸປະກອນ ຂອງ Cisco ທີ່ທາງໜ່ວຍງານໄດ້ຈັດຕຽມໄວ້ໃຫ້. ຫຼັກສູດຝຶກອົບຮົມ CCNA ໄດ້ແບ່ງອອກເປັນ 4 ຫຼັກສູດຍ່ອຍ (CCNA D1, D2, D3, D4) ໃນເດືອນນີ້ ແມ່ນໄດ້ຈັດຕຽມການຝຶກອົບຮົມສໍາລັບ CCNA D1 ເທົ່ານັ້ນ, ມີຫ້ອງຮຽນ ແລະ ເວລາຮຽນໃຫ້ເລືອກຕາມຄວາມເໝາະສົມຂອງຜູ້ເຂົ້າຝຶກອົບຮົມ ວັນຈັນ ຫາ ວັນສຸກ ເລີ່ມແຕ່ 17:30-20:30 (ພາກຄ່ໍາ) ແລະ ວັນເສົາ ເລີ່ມແຕ່ 9:00-16:00 ສ່ວນ ວັນອາທິດ ແມ່ນເລີ່ມແຕ່ 9:00-12:00 (ພາກບ່າຍ). ມິຜູ້ເຂົ້າຮ່ວມຝຶກອົບຮົມທີ່ມາຈາກຫຼາຍພາກສ່ວນເຊັ່ນ:
- ທະນາຄານການຄ້າຕ່າງປະເທດ
- ໂຮງຮຽນວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ
- ວິທະຍາໄລລັດຕະນະ
- ວິທະຍາໄລຄໍາສະຫວາດ
- CK Trading
- ລັດວິສາຫະກິດລາວ ETL
- ອົງການອິນເຕີເນັດແຫ່ງຊາດ NIP
ຫົວຂໍ້ຫຼັກລວມມີ:
- ການສຶກສາກ່ຽວກັບ Protocols
- ຮຽນຮູ້ເລື່ອງ IP, IGRP, Serial, Frame Relay, RIP, VLAN's, Ethernet and Access Lists.
ຄ່າຮຽນພຽງແຕ່ 1,100,000 ກີບ ສໍາລັບບຸກຄົນທົ່ວໄປ ແລະ ໄດ້ມີສ່ວນຫຼຸດ 25% ສໍາລັບນັກສຶກສາທີ່ກໍາລັງສຶກສາຢູ່ມະຫາໄລຕ່າງໆ.
ກັບຄືນ
ຫຼັກສູດໄລຍະສັ້ນ LAMP and Web desing ຄັ້ງທີສອງ
ວັນທີ 7-29 ມັງກອນ ປີ2010
ການຝຶກອົບຮົມຄັ້ງນີ້ແມ່ນຈັດຂື້ນຕາມຄວາມຮຽກຮ້ອງຂອງຜູ້ທີ່ຕ້ອງການເຂົ້າຮ່ວມຝຶກອົບຮົມນໍາຫຼັກສູດນີ້ ເພາະວ່າການຝຶກອົບຮົມຄັ້ງທໍາອິດແມ່ນໄດ້ຈໍາກັດຈໍານວນຫ້ອງຮຽນ ແລະ ເຮັດໃຫ້ຜູ້ທີ່ຕ້ອງການຝຶກອົບຮົມຈໍານວນໜື່ງພາດໂອກາດ, ສະນັ້ນ ທາງໜ່ວຍງານ ITBU ຈິ່ງໄດ້ເປີດການຝຶກອົບຮົມຂື້ນອີກເປັນຄັ້ງທີສອງ. ໃນການຝຶກອົບຮົມຄັ້ງນີ້ແມ່ນໄດ້ມີການເຄັ່ງຄັດຂື້ນບໍ່ວ່າຈະເປັນໃນເລື່ອງເວລາ, ບົດຮຽນ ເພາະຕ້ອງການໃຫ້ໃດ້ ຕາມມາດຕະຖານສາກົນ. ເນື້ອໃນການຝຶກອົບຮົມແມ່ນໄດ້ເນັ້ນໃສ່ການສ້າງ ແລະ ອອກແບບເວັບໄຊທີ່ໄດ້ມາດຕະຖານໂດຍການນໍາໃຊ້ຫຼັກສູດການພັດທະນາເວັບໄຊແບບມືອາຊີບບົນພື້ນຖານ LAMP ເຂົ້າໃນການຝຶກອົບຮົມຄັ້ງນີ້. ຜູ້ນໍາພາການຝຶກອົບຮົມແມ່ນ ຜູ້ທີ່ມີຄວາມຮູ້-ຄວາມຊໍານານ ໃນດ້ານ IT ມາເປັນເວລາຫຼາຍປີ ແລະ ຍັງໄດ້ຮັບການຝຶກອົບຮົມຈາກຊ່ຽວຊານຢີ່ປຸ່ນມາແລ້ວ. ໄດ້ຈັດເປີດສອນຢູ່ສອງຫ້ອງແບ່ງເປັນພາກບ່າຍ ແລະ ພາກຄ່ໍາ, ເຊີ່ງມີຜູ້ເຂົ້າຮ່ວມທີ່ມາຈາກຫຼາຍພາກສ່ວນເຊັ່ນ:
- ນັກສຶກສາພາກວິຊາຕ່າງໆໃນມະຫາວິທະຍາໄລເຊັ່ນ: ພາກວິຊາຂົນສົ່ງ, ພາກວິຊາ CE&IT, ພາກວິຊາໄຟຟ້າ, ພາກວິຊາຊັບພະຍາກອນນ້ໍາ, ພາກວິຊາເລກ-ຄອມ.
- ວິທະຍາໄລລາວນາໆຊາດ
- ທະນາຄານແຫ່ງ ສ.ປ.ປ ລາວ
- Lao-Indochina Group
- ສະຖາບັນເງິນຝາກໄປສະນີລາວ
- ອົງການສຸພານິມິດ
- ໂຄງການກົດໝາຍ
- ໂຄງການ PROSA
- ຈັດຕັ້ງສູນກາງພັກ
ຫົວຂໍ້ຫຼັກລວມມີ:
- Linux Installation and setup environment
- Apache Configuration for LAMP
- HTML Basics for LAMP developer
- CSS Basics for LAMP developer
- HTML and CSS techniques for Web Design
ກັບຄືນ
ກອງປະຊຸມກ່ຽວກັບການສໍາຫຼວດຕະຫຼາດໄອທີຄັ້ງທໍາອິດ
ວັນທີ 4 ທັນວາ 2010
ກອງປະຊຸມໄດ້ຈັດຂື້ນທີ່ ໂຮງແຮມ ລາວພາຊ່າໃນວັນທີ 4 ທັນວາ ປີ2009. ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລືກັນກ່ຽວກັບການສໍາຫຼວດ ຕະຫຼາດ ITໃນລາວ ພາຍໃຕ້ການສັນຍາກັບ ອົງການສະມາຄົມການຄ້າລາວ ICT ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ19ຄົນ ທີ່ມາຈາກຫຼາຍບໍລິສັດ ທັງພາກລັດ ແລະ ເອກະຊົນ ພ້ອມດ້ວຍອົງການໄປສະນີ ແລະ ໂທລະຄົມມະນາຄົມແຫ່ງຊາດ (NAPT), ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ (NAST) ແລະ ມະຫາວິທະຍາໄລແຫ່ງຊາດກໍ່ໄດ້ເຂົ້າຮ່ວມ.
ທ່ານ ທະນົງສິນ ກັນລະຍາ ຜູ້ຕາງໜ້າອົງການສະມາຄົມການຄ້າລາວ ICT (LICA) ໄດ້ກ່າວເປີດພິທີ ແລະ ໄດ້ຊີ້ແຈງໃຫ້ເຫັນວ່າ ກອງປະຊຸມຄັ້ງນີ້ແມ່ນເປັນການເປີດສາກການປຶກສາຫາລືກັນ ຄັ້ງທໍາອິດດ້ານ IT ເຊິ່ງທຸກຄົນກໍ່ໄດ້ແລກປ່ຽນຄວາມຄິດເຫັນນໍາກັນຢ່າງຕົງໄປຕົງມາ.
ກັບຄືນ
ຫຼັກສູດໄລຍະສັ້ນ LAMP and Web desing
ວັນທີ 3 ພະຈິກ ຫາ 4 ທັນວາ ປີ2009
ຫົວຂໍ້ຂອງການຝຶກອົບຮົມແມ່ນ: Introduction to LAMP (Linux Apache MySQL PHP) ແລະ Web Design ໃນລະດັບສູງ, ຫຼັກສູດການຝຶກອົບຮົມນີ້ໄດ້ຈັດຂຶ້ນທີ່ພາກວິຊາ ວິສະວະກໍາຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ, ຄະນະວິສະວະກໍາສາດ (ວິທະຍາເຂດໂສກປ່າຫລວງ). ເລີ່ມຕັ້ງແຕ່ວັນທີ 3 ເດືອນ ພະຈິກ ຫາວັນທີ 4 ເດືອນ ທັນວາ ປີ2009, ຈັດສອນ 1 ຫ້ອງ, ພາກຄ່ໍາເວລາ 17ໂມງ00 ຫາ 20ໂມງ00. ມີສໍາມະນາກອນເຂົ້າຮ່ວມຝຶກອົບຮົມຈໍານວນ 12 ຄົນ ເຊີ່ງມາຈາກຫລາຍພາກສ່ວນເຊັ່ນ:
- ທະນາຄານການຄ້າຕ່າງປະເທດ
- ໂຮງຮຽນວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ
- ວິທະຍາໄລລັດຕະນະ
- ວິທະຍາໄລຄໍາສະຫວາດ
- CK Trading
- ລັດວິສາຫະກິດລາວ ETL
- ອົງການອິນເຕີເນັດແຫ່ງຊາດ NIP
ຫົວຂໍ້ຫຼັກລວມມີ:
- Setting up LAMP environment
- Basic Algorithms
- Basic administration of Apache
- Web site structure design
- HTML and CSS techniques for Web design ແລະ ຫົວຂໍ້ອື່ນໆອີກ.
ເຊິ່ງສອນໂດຍອາຈານ ຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ປະສົບການໃນການສິດສອນມາແລ້ວ ແລະ ເຂົາເຈົ້າກໍ່ໄດ້ຮັບການຖ່າຍທອດຄວາມຮູ້ທາງດ້ານ IT ຈາກຊ່ຽວຊານຕ່າງປະເທດອີກດ້ວຍເຊັ່ນ: ຍີ່ປຸ່ນ ແລະ ສິງກະໂປ, ໂດຍການ ອຸປະຖໍາຈາກອົງການຮ່ວມມືສາກົນຍີ່ປຸ່ນ (JICA).

ຄ່າຮຽນ 850,000ກີບ, ສໍາລັບນັກຮຽນ-ນັກສຶກສາມີສ່ວນຫຼຸດ 25%.
ກັບຄືນ
ຫຼັກສູດສໍາລັບ ຜູ້ຊ່ຽວຊານດ້ານ IT ໂດຍສະເພາະ (IT Specialist Course)
ວັນທີ 2 ຕຸລາ ປີ2009
ການສ້າງຕັ້ງ ຫຼັກສູດ ສໍາລັບຜູ້ຊ່ຽວຊານດ້ານ IT "IT Specialist Course", (ITSC) ໄດ້ຮັບອະນຸມັດຈາກ ກະຊວງສຶກສາທິການ ໃນວັນທີ 1 ຕຸລາ 2009.
ກັບຄືນ
ການຝຶກອົບຮົມເທັກໂນໂລຢີ -CCNA1 and CCNA2
ວັນທີ 28 ກັນຍາ ປີ2009
ການຝຶກອົບຮົມ CCNA (Cisco Certified Network Associate) Discovery ພາກ 1 ແລະ ພາກ 2 ໄດ້ເລີ່ມຕົ້ນໃນວັນທີ 21 ກັນຍາ ຫາ ວັນທີ 3 ຕຸລາ. ພວກເຮົາໄດ້ເຊີນອາຈານສອງທ່ານ ຈາກ ປະເທດ ສິງກະໂປ, ທ່ານ ຊໍາຊຸນ ກາຊານ ແລະ ທ່ານ ວິນເຊັນ ໂປ, ຈາກວິທະຍາໄລ ITE College West. ທັງສອງທ່ານ ໄດ້ດໍາເນີນການສອນຄົນລະພາກ ເຊິ່ງແຕ່ລະພາກໃຊ້ເວລາທັງໝົດ 6 ມື້ ລວມທັງມື້ສຸດທ້າຍຂອງການສອບເສັງ ແບບ online ແລະ ການສອບເສັງແບບການໃຊ້ທັກສະ.
ຜູ້ເຂົ້າຮ່ວມຝຶກອົບຮົມມີທັງໝົດ 15 ທ່ານທີ່ມາຈາກ:
ພາກເອກະຊົນ
- ບໍລິສັດ APIS
- ບໍລິສັດ Cyberia
- ບໍລິສັດ Datacom
- ບໍລິສັດ Planet Computer
- ບໍລິສັດ Tigo
ພາກລັດຖະບານ
- ກົມແອງຟໍມາຕິກ, ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ (Department of Informatics, NAST)
- ໂຄງການອິນເຕີເນັດແຫ່ງຊາດ, ອົງການໄປສະນີ ແລະ ໂທລະຄົມມະນາຄົມແຫ່ງຊາດ (National Internet Project, NAPT)
- ທະນາຄານພັດທະນາອາຊີ (ADB=Asia Development Bank)
- ມະຫາວິທະຍາໄລແຫ່ງຊາດລາວ (NUOL=National University of Laos)
ຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດໄດ້ຜ່ານ CCNA 1, ແຕ່ວ່າ ບົດຮຽນໃນ CCNA 2 ໄດ້ມີການເຂັ້ມງວດ ແລະ ລະອຽດຂື້ນກວ່າເກົ່າ ສະນັ້ນ ວັນສຸດທ້າຍຂອງມື້ສອບເສັງເຮັດໃຫ້ 8 ຄົນ ສາມາດຜ່ານການສອບເສັງ ແບບ online ແລະ 5 ຄົນ ກໍ່ສາມາດຜ່ານການສອບເສັງແບບການໃຊ້ທັກສະ ແລະ ໄດ້ຜ່ານ CCNA2.
ກັບຄືນ
ການຝຶກອົບຮົມເທັກໂນໂລຢີ -DBA and LAMP
ວັນທີ 10 ກັນຍາ ປີ2009
ການຝຶກອົບຮົມຄັ້ງທີ່3 ຂອງຫຼັກສູດ DBA/LAMP ໄດ້ເລີ່ມໃນວັນທີ 8 ກັນຍາ, ຈຸດປະສົງຫຼັກຂອງການຝຶກອົບຮົມຊຸດນີ້ແມ່ນ ເນັ້ນໃສ່ ຍົກລະດັບທັກສະ ການສິດສອນໃຫ້ແກ່ຜູ້ທີ່ໄດ້ຮັບການຝຶກອົບຮົມໃນຫຼັກສູດທີ່ຜ່ານມາເພື່ອໃຫ້ມີຄວາມໜັ້ນໃຈທີ່ຈະໄປສອນຕໍ່ໄດ້ ໃນຫຼັກສູດທີ່ກໍາລັງຈະເປີດໃໝ່ໃນສົກຮຽນ 2010 ໃຫ້ແກ່ນັກຮຽນໃນມະຫາວິທະຍາໄລ, ບັນຍາກາດໃນຫ້ອງຝຶກອົບຮົມໄດ້ສັບປ່ຽນກັນເປັນອາຈານສອນ ແລະ ສົມມຸດເອົານັກຝຶກອົບຮົມຄົນອື່ນໆເປັນນັກຮຽນ ແຕ່ລະຄົນຈະຕ້ອງໄດ້ນໍາໃຊ້ບົດຮຽນຕົວຈິງທີ່ໄດ້ຮັບຈາກການຝຶກອົບຮົມຂື້ນມາສິດສອນ ເຊີ່ງວ່າ ປະສົບການໃນການສິດສອນເຮັດໃຫ້ເຂົາເຈົ້າມີຄວາມເຂົ້າໃຈ ຕໍ່ບົດຮຽນຫຼາຍຂື້ນ, ທຸກໆຄົນສາມາດຖາມໃນຈຸດທີ່ຕົນເອງບໍ່ທັນເຂົ້າໃຈ ແລະ ຜູ້ສອນກໍ່ສາມາດຕອບຄໍາຖາມໄດ້ຢ່າງຕົງໄປຕົງມາ.

ທ່ານ ອີຊິກາວະ, ຊ່ຽວຊານ JICA, ເປັນຜູ້ນໍາພາການຝຶກອົບຮົມໃນຄັ້ງນີ້ ແລະ ຈະສີ້ນສຸດລົງໃນວັນທີ 13 ເດືອນ ຕຸລາ ປີ2009.
ກັບຄືນ
ການຝຶກອົບຮົມເທັກໂນໂລຢີ -Linux Server Administration1
ວັນທີ 28 ສິງຫາ ປີ2009
ການຝຶກອົບຮົມຫຼັກສູດ Linux Server Administration ໄດ້ເລີ່ມຕົ້ນໃນວັນທີ 10 ຫາ ວັນທີ 26 ຂອງເດືອນ ສິງຫາ ປີ2009 ໃຊ້ເວລາຝຶກອົບຮົມທັງໝົດ 10ມື້.
ຜູ້ສອນການຝຶກອົບຮົມໃນຄັ້ງນີ້ແມ່ນ ທ່ານ ໂຢອີຊິ ໂກຄຸເຣະ, ເຊິ່ງເປັນຊ່ຽວຊານ JICA ນໍາພາການຝຶກອົບຮົມ ແລະ ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 24 ທ່ານ. ພວກກ່ຽວແມ່ນ ນັກຝຶກອົບຮົມທີ່ໄດ້ຮັບການຝຶກອົບຮົມໃນຫຼັກສູດ Database Administration Course, ພ້ອມດ້ວຍນັກສໍາມະນາກອນຈໍານວນໜຶ່ງເຊິ່ງໄດ້ຜ່ານການ ສອບເສັງຄັດເລືອກໃນເດືອນຜ່ານມາຂອງຫຼັກສູດ ເຄືອຂ່າຍ (Network) ແລະ ນອກນີ້ກໍ່ໄດ້ມີ ພະນັກງານໜຸ່ມນ້ອຍ ຂອງມະຫາວິທະຍາໄລ ຜູ້ທີ່ຕ້ອງການຍົກລະດັບ ຄວາມຮູ້-ທັກສະ ໃນການເຮັດວຽກດ້ານ IT ຈໍານວນ 6 ທ່ານ.
ຫົວຂໍ້ຫຼັກມີ:
- Installation of Linux to server
- Security for Linux server
- DNS server
- E-mail server
- Web server
- FTP server
- Samba server
ຜົນການສອບເສັງໄດ້ຈັດຕາມລະດັບຄະແນນທີ່ອອກມາ ແລະ ແຈ້ງຜົນໃນວັນທີ 25 ຫາ 26, ເຊິ່ງຄະແນນຂອງແຕ່ລະຄົນນັ້ນ ມີຄວາມແຕກຕ່າງກັນຫຼາຍ ເພາະວ່າ ລະດັບຄວາມຮູ້ ແລະ ປະສົບການຂອງເຂົາເຈົ້າແຕກຕ່າງກັນ.
ກັບຄືນ
ການສອບເສັງຄັດເລືອກເຂົ້າຝຶກອົບຮົມຫຼັກສູດເຄືອຂ່າຍ
ວັນທີ 24 ກໍລະກົດ ປີ2009
ການສອບເສັງຄັດເລືອກຜູ້ເຂົ້າຮ່ວມການຝຶກອົບຮົມໃນຫຼັກສູດ ເຄືອຂ່າຍ ໄດ້ຈັດຂື້ນໃນວັນທີ 20 ກໍລະກົດ ທີ່ ຕຶກ A ພາກວິຊາວິສະວະກໍາເອເລັກໂຕຼນິກ, ວິທະຍາເຂດໂສກປ່າຫຼວງ. ການສອບເສັງຄັດເລືອກຄັ້ງນີ້ເພື່ອເປັນການທົດສອບຄວາມຮູ້ພື້ນຖານຂອງຜູ້ທີ່ຈະເຂົ້າຮ່ວມ ການຝຶກອົບຮົມໃນຫຼັກສູດ:
- ທິດສະດີຂໍ້ມູນຂ່າວສານ
- ເຄືອຂ່າຍ LAN and WAN
ບົດທົດສອບເຫຼົ່ານີ້ແມ່ນຈໍາເປັນຫຼາຍສໍາລັບເຂົາເຈົ້າ ເຊິ່ງຈະມີຜົນຕໍ່ການເຂົ້າຮ່ວມ ຝຶກອົບຮົມໃນຄັ້ງນີ້, ມີຜູ້ສະມັກເຂົ້າສອບເສັງທັງໝົດ 33 ທ່ານ ສອບເສັງຄັດເລືອກເອົາ ພຽງແຕ່ 13 ທ່ານ.
ຜູ້ສະໝັກທັງໝົດໄດ້ມາຈາກການຄັດເລືອກ ໂດຍຜ່ານກອງປະຊຸມຄະນະຮັບຜິດຊອບທີ່ກ່ຽວຂ້ອງທາງ ພາກລັດຖະບານ ແລະ ສະມະຊິກຂອງ ສະມາຄົມການຄ້າ ICT ລາວ (LICA) ພ້ອມດຽວກັນນັ້ນແມ່ນ ໄດ້ຈາກການລົງໂຄສະນາທາງໜັງສືພີມ. ອົງກອນທີ່ໄດ້ສົ່ງ ພະນັກງານ ຂອງຕົນເຂົ້າຮ່ວມການສອບເສັງຄັດເລືອກຄັ້ງນີ້ ມີລາຍຊື່ດັ່ງຕໍ່ໄປນີ້:
ພາກເອກະຊົນ
- ບໍລິສັດ APIS
- ບໍລິສັດ Cyberia
- ບໍລິສັດ Datacom
- ບໍລິສັດ Planet Computer
- ບໍລິສັດ Tigo
- ບໍລິສັດ V&T Computer
ພາກລັດຖະບານ
- ກົມແອງຟໍມາຕິກ, ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ (Department of Informatics, NAST)
- ໂຄງການອິນເຕີເນັດແຫ່ງຊາດ, ອົງການໄປສະນີ ແລະ ໂທລະຄົມມະນາຄົມແຫ່ງຊາດ (National Internet Project, NAPT)
- ທະນາຄານພັດທະນາອາຊີ (ADB=Asia Development Bank)
- ມະຫາວິທະຍາໄລແຫ່ງຊາດລາວ (NUOL=National University of Laos)
ຂັ້ນຕອນສຸດທ້າຍໃນການຄັດເລືອກເອົາຜູ້ເຂົ້າຮ່ວມຝຶກອົບຮົມ ແມ່ນ ອີງຕາມ ຜົນການສອບເສັງ ແລະ ການສອບສໍາພາດ.
ການຝຶກອົບຮົມຄັ້ງທີໜຶ່ງ ທາງດ້ານເຄືອຂ່າຍ ຈະໄດ້ເລີ່ມໃນວັນທີ 10 ສິງຫາ ປີ2009.
ກັບຄືນ
ການຖ່າຍທອດເທັກໂນໂລຢີຄັ້ງທີ 2
ວັນທີ 25 ພຶດສະພາ ປີ2009
ການຝຶກອົບຮົມການຖ່າຍທອດເທັກໂນໂລຢີຄັ້ງທີ 2 ໄດ້ຈັດຂື້ນໃນວັນທີ 25 ພຶດສະພາ ແລະ ສິ້ນສຸດລົງໃນວັນທີ 30 ມີຖຸນາ ປີ2009. ມີທັງໝົດ 2 ຫຼັກສູດດ້ວຍກັນ Oracle DBA and LAMP, ໃນແຕ່ລະຫົວຂໍ້ມີຜູ້ເຂົ້າຮ່ວມຝຶກອົບຮົມຈໍານວນ 8 ທ່ານ. ເຊິ່ງຫົວຂໍ້ຫຼັກ ລວມມີດັ່ງນີ້:
in DBA course
- Oracle 10g installation
- PL/SQL basics
- Instance and Storage
- Schema objects
- Network, Users, Security
- Backup and recovery
in programming course
- Linux Installation
- PSP(Personal Software Process)
- TSP(Team Software Process)
- Basic algorithm
- PHP
- MySQL
- MVC programming (Smarty)
- System Development Workshop
ທ່ານ ຢາສຸມິສຶ ອີຊີກາວະ, ຊ່ຽວຊານໄຈກ້າ ເປັນຜູ້ດໍາເນີນການຝຶກອົບຮົມໃນຄັ້ງນີ້ ແລະ ຜູ້ເຂົ້າຮ່ວມແມ່ນມາຈາກ ບໍລິສັດ ເອກະຊົນ, ມາຈາກອົງການໄປສະນີ ແລະ ໂທລະຄົມມະນາຄົມແຫ່ງຊາດ ແລະ ມາຈາກມະຫາວິທະຍາໄລແຫ່ງຊາດ ມີຈໍານວນທັງໝົດ 7ທ່ານ.
ກັບຄືນ
ການສອບເສັງຄັດເລືອກອາຈານສອນຂອງ ຫຼັກສູດຫຼັງມະຫາ
ວັນທີ 18 ພຶດສະພາ ປີ2009
ຫຼັກສູດການຝຶກອົບຮົມໃນຊຸດຕໍ່ໄປສໍາລັບອາຈານສອນໃນອະນາຄົດຂອງຫຼັກສູດຫຼັງມະຫາ, ການສອບເສັງຄັດເລືອກສໍາລັບວິຊາ Database Administration and Programming ໄດ້ຈັດຂື້ນໃນວັນທີ 18 ພຶດສະພາ ຢູ່ທີ່ຕຶກເອເລັກໂທນິກ (ຕຶກA) ວິທະຍາເຂດໂຊກປ່າຫຼວງ. ການສອບຄັດເລືອກນີ້ແມ່ນເພື່ອຢັ່ງເບິ່ງລະດັບ ຄວາມຮູ້ພື້ນຖານໃນວິຊາດັ່ງກ່າວຂອງຜູ້ສະໝັກ.
- Theories of information
- Database and database language
- Algorithms
ຫຼັກສູດນີ້ ຈໍາເປັນສໍາລັບພວກເຂົາເຈົ້າທີ່ຈະຕ້ອງດໍາເນີນຕາມຫຼັກການແບບເຂັ້ມງວດ. ມີຜູ້ສະໝັກທັງໝົດ 50ຄົນ ສອບເສັງຄັດເລືອກເອົາແຕ່ 20ຄົນ.
ຜູ້ສະໝັກທັງໝົດທີ່ໄດ້ຖືກຄັດເລືອກໂດຍຜ່ານກອງປະຊຸມຄະນະຮັບຜິດຊອບທີ່ກ່ຽວຂ້ອງທາງ ພາກລັດຖະບານ ແລະ ສະມະຊິກຂອງ ສະມາຄົມການຄ້າ ICT ລາວ (LICA) ພ້ອມດຽວກັນນັ້ນ ແມ່ນໄດ້ມາຈາກການລົງໂຄສະນາທາງໜັງສືພີມ. ບັນດາອົງກອນຕ່າງໆກໍ່ໄດ້ສົ່ງພະນັກງານ ຂອງຕົນ ເຂົ້າຮ່ວມການສອບເສັງ ຄັດເລືອກເຊັ່ນກັນ ດັ່ງມີລາຍຊື່ລຸ່ມນີ້:
ພາກສ່ວນເອກະຊົນ
- APIS
- Champa Lao Development Consulting
- Cyberia
- Datacom
- Nakhonevaly Cyber Café
- Planet Computer
- Sinxay
- V&T Computer
- Xangdao Consulting ICT and Services
ພາກສ່ວນລັດຖະບານ
- Department of Informatics, NAST
- Ministry of Education
- National Internet Project, NAPT
- World Vision
- NUOL
ກັບຄືນ
ເຂົ້າຮ່ວມກອງປະຊຸມກັບ ສະມາຄົມການຄ້າ ICT ລາວ (LICA)
ວັນທີ 7 ພຶດສະພາ ປີ2009
ທ່ານ ອີເດະ, ຫົວໜ້າທີ່ປືກສາໂຄງການ ແລະ ທ່ານ ຄາວາກຸຈິ ຜູ້ປະສານງານໂຄງການໄດ້ ເຂົ້າຮ່ວມກອງປະຊຸມກັບສະມາຄົມການຄ້າ ICT ລາວ (LICA) ກອງປະຊຸມໄດ້ຈັດຂື້ນທີ່ ຫ້ອງປະຊຸມ ບໍລິສັດ ດາຕາຄອມຈໍາກັດ ໃນວັນທີ7 ພຶດສະພາ ກອງປະຊຸມໄດ້ຈັດຂື້ນ ສໍາ ລັບໂຄງການໂດຍສະເພາະເພື່ອອະທິບາຍ ກ່ຽວກັບຫຼັກສູດການຝຶກອົບຮົມທາງດ້ານໄອທີຂອງໂຄງການທີ່ຈະໄດ້ຈັດຂື້ນໃນໄວໆນີ້ ແລະ ເພື່ອຂໍຄວາມຮ່ວມມືນໍາພາກສ່ວນເອກະຊົນ ໃນສາຂາວິຊາດັ່ງກ່າວ. ໃນກອງປະຊຸມໄດ້ປຶກສາຫາລືເຊັ່ນກັນ ກ່ຽວກັບແຜນການ ການສຶກສາໃນອະນາຄົດ ກ່ຽວກັບວິທີທາງການຮ່ວມມືລະຫ່ວາງພາກເອກະຊົນ, ພາກລັດຖະບານ ແລະ ພາກສ່ວນວິທະຍາໄລ.
* ຜູ້ເຂົ້າຮ່ວມມີຄື:
- ທ່ານ ທະນົງສິນ ກັນລັງງາ (ດາຕາຄອມ)
- ທ່ານ ຄໍາຫຼ້າ ສຸລິຍະສັກ, (ເອພີໄອເອັດສ)
- ທ່ານ ທະນູສອນ ໂພນາມາດ, (ແພຮນເນັດ ຄອມພີວເຕີ)
- ທ່ານ ອານຸສອນ ສູນນາວົງ, (ໄຊເບເລຍ)
- ທ່ານ ດຮ. ໄຊບັນດິດ ຣາຊະພົນ, (ກົມສ່ວຍສາອາກອນ, ກະຊວງການເງິນ)
- ທ່ານ ໄຊສະເຫຼີມສັກ ວິໄຊວົງ, (ວີແອນທີ ຄອມພີວເຕີ)
- ທ່ານ ຮີໂຣຢູກິ ອີເດະ, ຫົວໜ້າ ທີ່ປຶກສາໂຄງການ ITSD
- ທ່ານ ຢູຊິ ຄາວາກຸຈິ, ຜູ້ປະສານງານໂຄງການ ITSD
- ທ່ານ ນາງ ທະວີສອນ ມູນລະສານ, ເລຂາຊ່ຽວຊານປະຈໍາໂຄງການ ITSD
ກັບຄືນ
ກອງປະຊຸມຄະນະປະສານງານໂຄງການ (JCC) ຄັ້ງທີ 1
ວັນທີ 20 ເມສາ ປີ2009
ກອງປະຊຸມຄະນະປະສານງານໂຄງການຄັ້ງທີ1 ໄດ້ຈັດຂື້ນໃນວັນທີ 24 ເມສາ ປິ2009 ທີ່ຫ້ອງປະຊຸມຊັ້ນສອງ, ຕຶກເອເລັກໂທຣນິກ (ຕຶກA).
ທ່ານ ຮສ ດຣ. ບົວລິນ ສ້ອຍສຸວັນ, ຄະນະບໍດີ ຄະນະວິສະວະກໍາສາດ ໄດ້ກ່າວເປີດພິທີດັ່ງລາຍການ ລຸ່ມນີ້:

- ໂຄງຮ່າງຂອງໂຄງການ
- ສະຖານະການປະຈຸບັນທາງດ້ານ ອຸດສາຫະກໍາບໍລິການດ້ານໄອທີ
- ຄວາມຄືບໜ້າຂອງໂຄງການ
- ແຜນການ ການເຮັດວຽກ
- ຄວາມສ່ຽງ ແລະ ຄວາມເປັນຫ່ວງ
ຄະນະບໍດີໄດ້ກ່າວສະຫຼຸບໃນທີ່ປະຊຸມດ້ວຍການຢືນຢັນເຖິງຄວາມສໍາຄັນຂອງການຮ່ວມມື ລະຫ່ວາງ ສະຖາບັນ ແລະ ກ່ຽວກັບຄວາມພະຍາຍາມຢ່າງຕໍ່ເນື່ອງເພື່ອໃຫ້ບັນລຸເປົ້າໝາຍ ຂອງໂຄງການ.
* ລາຍຊື່ຜູ້ເຂົ້າຮ່ວມກອງປະຊຸມ: ທ່ານ ສາມາດເບິ່ງລາຍຊື່ໄດ້ທີ່ເມນູ Downloads
ກັບຄືນ
ຜູ້ປະສານງານຂອງໂຄງການ
ວັນທີ 10 ມີນາ ປີ2009
ທ່ານ ຢູຊິ ຄາວາກຸຈິ ໄດ້ເຂົ້າຮ່ວມໂຄງການໃນວັນທີ10 ມີນາ ປີ2009, ເປັນຜູ້ປະສານງານ ເປັນເວລາ2ປີ. ທ່ານເປັນຜູ້ຊ່ວຍວຽກຫົວໜ້າທີ່ປືກສາໂຄງການ ແລະ ພະນັກງານ ທ່ານອື່ນໆ ໃນວຽກງານບໍລິຫານ ແລະ ການເຮັດວຽກຮ່ວມກັບໜ່ວຍງານ ITBU.
ກັບຄືນ
ການຖ່າຍທອດເທັກໂນໂລຢີຄັ້ງທີ 1
ວັນທີ 23 ກຸມພາ ປີ 2009
ການເປີດຝຶກອົບຮົມການຖ່າຍທອດເທັກໂນໂລຢີຄັ້ງທີ1 ໄດ້ເລີ່ມຕົ້ນໃນວັນທີ23 ກຸມພາ ແລະ ຈະສີ້ນສຸດລົງໃນວັນທີ18 ມີນາ ປີ2009. ຫຼັກສູດຝຶກອົບຮົມ IT ໃຊ້ເວລາ 20ວັນ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຄວາມຮູ້ ແລະ ປະສົບການຕົວຈິງທາງດ້ານ Oracle DBA and LAMP, ຫຼາຍກ່າວທິດສະດີຂອງມັນເຊິ່ງຫົວຂໍ້ ຫຼັກມີດັ່ງນີ້:

- Linux installation
- Oracle 10g installation
- MySQL
- WWW, HTML
- Apache administration
- PHP programming
ທ່ານ ຢາສຸມິສຶ ອີຊີກາວະ, ປະລິນຍາໂທດ້ານ Oracle Platinum 9i, ຊ່ຽວຊານຈາກປະເທດ ຢີປຸ່ນ ເປັນຜູ້ນໍາພາການ ຝຶກອົບຮົມ. ຜູ້ເຂົ້າຮ່ວມຝຶກອົບຮົມປະກອບດ້ວຍອາຈານຈໍານວນ 9 ທ່ານ, ຈາກມະຫາວິທະຍາໄລແຫ່ງຊາດ ແລະ ນັກວິສະວະກອນ 5 ທ່ານ ມາຈາກອົງການ ພາຍນອກເຊັ່ນວ່າ: ອົງການວິທະຍາສາດເທັກໂນໂລຢີແຫ່ງຊາດ, ທະນາຄານການຄ້າຕ່າງປະເທດ (BCEL) ແລະ ອື່ນໆ.
ກັບຄືນ
ການຊ່ວຍເຫຼືອອຸປະກອນຄັ້ງທໍາອິດ
ວັນທີ 11 ທັນວາ ປີ 2008
ການຈັດຫາອຸປະກອນທີ່ຈໍາເປັນໃນຄັ້ງທໍາອິດໂດຍ ອົງການໄຈກ້າ ແລະ ອຸປະກອນດັ່ງກ່າວ ໄດ້ຖືກນໍາສົ່ງໄປໃຫ້ໂຄງການໃນວັນທີ11 ທັນວາ ປີ2008.
ພາຍຫຼັງການກວດສອບການທໍາງານແຕ່ລະລາຍການແລ້ວ, ໄດ້ມີການຕິດຕັ້ງຄອມພີວເຕີPC 13ໜ່ວຍ ເຊື່ອມຕໍ່ເຂົ້າລະບົບເຄືອຂ່າຍອິນເຕີເນັດຢູ່ໃນຫ້ອງທົດລອງ ເພື່ອການຝຶກອົບຮົມ ແລະ ການເຊື່ອມຕໍ່ອິນເຕີເນັດ ADSL ໃນຄວາມໄວ 512Kbps ຄາດວ່າຈະມີໃນໄວໆນີ້.
ກັບຄືນ


