ຊື່ໂຄງການ
ໂຄງການພັດທະນາຊັບພະຍາກອນມະນຸດສໍາລັບອຸດສາຫະກໍາບໍລິການດ້ານ IT ຢູ່ໃນມະຫາວິທະຍາໄລແຫ່ງຊາດລາວ.
ປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ໄລຍະການປະຕິບັດງານຂອງໂຄງການ
ເລີ່ມປະຕິບັດຕັ້ງແຕ່ ວັນທີ 1 ເດືອນ ທັນວາ ປີ2008 ຫາ ວັນທີ 30 ເດືອນ ພະຈິກ ປີ2013.
ອົງການທີ່ດໍາເນີນໂຄງການ
ພາກວິຊາວິສະວະກໍາຄອມພີວເຕີ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ (IT), ຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດລາວ.
ໂຄງຮ່າງຂອງໂຄງການ
ລັດຖະບານລາວກໍາລັງສົ່ງເສີມໄອທີໃຫ້ເປັນເຄື່ອງມືໃນການພັດທະນາປະເທດ ແລະ ອີງໃສ່ ຄວາມຕ້ອງການທາງດ້ານອຸດສາຫະກໍາບໍລິການດ້ານ IT (ເປັນຕົ້ນວ່າ: ການໃຫ້ບໍລິການດ້ານ ການພັດທະນາຊອບແວຣ, ການໃຫ້ຄໍາປືກສາ ແລະ ການໃຫ້ບໍລິການດ້ານອື່ນໆທີ່ກ່ຽວຂ້ອງກັບຄອມພີວເຕີ) ທີ່ກໍາລັງມີການຂະຫຍາຍຕົວຫຼາຍໃນສັງຄົມປະຈຸບັນ. ໂຄງການນີ້ມີກໍານົດ5ປີ ແລະ ໄດ້ ເລີ່ມປະຕິບັດງານມາຕັ້ງແຕ່ເດືອນ ທັນວາ ປີ2008. ໂດຍມີຈຸດປະສົງ ເພື່ອສ້າງກົນໄກສໍາລັບພັດທະນາຊັບພະຍາກອນມະນຸດຢູ່ໃນມະຫາວິທະຍາໄລ ໂດຍອີງໃສ່ຕະຫຼາດທາງດ້ານການ ໃຫ້ບໍລິການດ້ານ IT.
3 ອົງປະກອບຫລັກຂອງໂຄງການ:
- ການຝຶກອົບຮົມຫລັກສູດຂັ້ນສູງດ້ານ IT ແມ່ນຈະໄດ້ຝຶກພາຍໃຕ້ຫລັກສູດຂອງອົງກອນໃຫຍ່ໆເຊິ່ງເປັນບໍລິສັດຜູ້ນໍາດ້ານເຕັກໂນໂລຊີຂ່າວສານທີ່ມີຊື່ສຽງໂດ່ງດັງເປັນທີ່ຮັບຮູ້ກັນໃນທົ່ວໂລກ ເຊັ່ນວ່າ: ບໍລິສັດ Cisco ແລະ Oracle. ຜູ້ເຂົ້າຮ່ວມການຝຶກອົບຮົມຈະໄດ້ຮຽນຮູ້ທັກສະຕົວຈິງຂອງການເປັນນັກວິສະວະກອນມືອາຊີບ ແລະ ຮຽນຮູ້ທັນກັບໂລກ IT. ຈຸດໜັກຂອງຫຼັກສູດ ຝຶກອົບຮົມຊຸດນີ້ແມ່ນ ແນໃສ່ຜູ້ທີ່ສໍາເລັດການສຶກສາຫຼັກສູດອະນຸປະຣິນຍາໃນມະຫາວິທະຍາໄລ.
- ຂົງເຂດບໍລິສັດແມ່ນ ເປັນແກນຫລັກຂອງການຮ່ວມມືເຮັດທຸລະກິດ Business-academia (ທຸລະກິດການຮຽນ-ການສອນ). ເຊິ່ງໃນນີ້ນັກວິສະວະກອນ ທີ່ມາຈາກ ບໍລິສັດ IT ຕ່າງໆ, ຄູ-ອາຈານ ແລະ ນັກສຶກສາມະຫາວິທະຍາໄລຈະໃດ້ມີສ່ວນຮ່ວມໃນການພັດທະນາລະບົບ IT ທີ່ໃຊ້ໃນໂລກຂອງຄວາມເປັນຈິງ. ຈາກລາຍການນີ້ ນັກວິສະວະກອນ ITລາວ ຈະໄດ້ຮັບ ປະສົບການອັນຍິ່ງໃຫຍ່ໃນການເຮັດວຽກເປັນທີມ, ການພັດທະນາຕົວຈິງຂອງລະບົບ IT, ໄດ້ສໍາພັດຕົວຈິງໃນການເຮັດທຸລະກິດ ແລະ ໄດ້ຮັບປະສົບການຈິງກ່ຽວກັບທຸລະກິດດ້ານ IT.
- ງານການສຶກສາທີ່ໄດ້ຈັດຂື້ນໂດຍຕົວແທນຈາກພາກເອກະຊົນ, ພາກລັດ ແລະ ພາກສ່ວນການສຶກສາ. ເຂົາເຈົ້າຈະໄດ້ສຶກສາລາຍລະອຽດທາງດ້ານການຕອບສະໜອງ ດ້ານອຸດສາ ຫະກໍາບໍລິການທາງດ້ານ IT ເພື່ອໃຫ້ແທດເໝາະກັບສິ່ງແວດລ້ອມຕົວຈິງ. ຫົວຂໍ້ທີ່ຈະສຶກສາແມ່ນ "ສຶກສາແນວໂນ້ມການຕະຫຼາດຂອງ IT"; "ກົດໝາຍ ທີ່ກ່ຽວຂ້ອງກັບ IT" ແລະ "ແຜນຍຸດທະສາດເພື່ອການພັດທະນາດ້ານ IT" ແລະ ຫົວຂໍ້ອື່ນໆອີກທີ່ກ່ຽວຂ້ອງໂດຍກິດຈະກໍາດັ່ງກ່າວນີ້ຈະຊ່ວຍສົ່ງເສີມໃຫ້ ບັນດານັກວິສະວະກອນທີ່ສໍາຄັນຂອງລາວ ຜູ້ທີ່ມີຄວາມຮູ້ ທາງດ້ານ IT ຈະມີຄວາມເຂົ້າໃຈຕົງກັນໃນການໃຊ້ມາດຕະການທີ່ຈໍາເປັນສໍາລັບການ ສ້າງສະພາບແວດລ້ອມໃຫ້ເໝາະສົມກັບການໃຫ້ບໍລິການດ້ານ IT.
* ຂໍ້ມູນເພີ່ມເຕີມ ທ່ານສາມາດເບີ່ງໄດ້ທີ່ເມນູ Downloads
ກັບຄືນ
ໂຄງຮ່າງການຈັດຕັ້ງ
ບຸກຄະລາກອນປະກອບມີຄື:
- ຜູ້ອໍານວນຍການໂຄງການ - ສຈ ດຣ. ບົວລິນ ສ້ອຍສຸວັນ, ຄະນະບໍດີ ຄະນະວິສະວະກໍາສາດ
- ຮອງຜູ້ອໍານວຍການໂຄງການ - ຮສ ດຣ. ຄໍາຜຸຍ ສຸດທິສົມບັດ, ຮອງຄະນະບໍດີ ຄະນະວິສະວະກໍາສາດ
- ຜູ້ຈັດການໂຄງການ - ທ່ານ ສົມພອນ ກັນທະວົງ, ຫົວໜ້າພາກວິຊາວິສະວະກໍາ ຄອມພິວເຕີ ແລະ IT
- ຫົວໜ້າທີ່ປືກສາໂຄງການ - ທ່ານ ຮີໂຣຢູກິ ອີເດະ, ຜູ້ຊ່ຽວຊານ ອົງການ JICA
- ຜູ້ປະສານງານໂຄງການ - ທ່ານ ຢູຊິ ຄາວາກຸຈິ, ຜູ້ຊ່ຽວຊານ ອົງການ JICA
ຮ່ວມດ້ວຍພະນັກງານປະຈໍາຢູ່ໂຄງການ
- ທ່ານ ອາຈານ ດາວເຮືອງ ສີບໍຣິບູນ
- ທ່ານ ດຣ. ຄໍາເພັດ ບຸນນະດີ
- ທ່ານ ອາຈານ ແສງລັດສະໝີ ຈັນທະມີນາວົງ
- ທ່ານ ອາຈານ ສິດທິພອນ ພັນດາລາ
- ທ່ານ ອາຈານ ຂັນທະນູ ຫຼວງໄຊຊະນະ
- ທ່ານ ອາຈານ ຄໍາໄຊ ລີຫວາຕູ້
- ທ່ານ ອາຈານ ຈ່າຊົ່ງ ຢູໂກເຍ່ຍຕູ້
ສໍານັກງານຂອງໂຄງການຕັ້ງຢູ່ຊັ້ນທີ 1 ຂອງຕຶກວິຊາການຂອງຄະນະ ແລະ ມີຫ້ອງທົດລອງຢູ່ຊັ້ນທີສອງຂອງອາຄານອີເລັກໂທຣນິກ (ຕຶກA) ເຊິ່ງຖືກຈັດໃວ້ເປັນ ຫ້ອງກິດຈະກໍາການຝຶກອົບຮົມຂອງໂຄງການ.
ໂຄງຮ່າງການຈັດຕັ້ງ

* ຂໍ້ມູນເພີ່ມເຕີມຂອງໜ່ວຍງານ ITBU
ໜ່ວຍງານບໍລິການທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ (ITBU)
ໜ່ວຍງານ ITBU ແມ່ນເປັນແກນຫຼັກໃນການຮ່ວມມືກັບສະຖາບັນການສຶກສາ, ເຊິ່ງໃນນີ້ນັກວິສະວະກອນຈາກ ບໍລິສັດ IT ຕ່າງໆ, ຄູ-ອາຈານ ແລະ ນັກສຶກສາມະຫາວິທະຍາໄລ ຈະໃດ້ເຮັດວຽກຮ່ວມກັນເພື່ອ ພັດທະນາ ລະບົບ IT ໃຫ້ທຽບເທົ່າລະດັບສາກົນ.
ການສ້າງຕັ້ງໜ່ວຍງານ ITBU ໄດ້ຮັບອະນຸມັດຈາກ ໂດຍ ມະຫາວິທະຍາໄລແຫ່ງຊາດ ຂໍ້ຕົກລົງເລກທີ 1265/ມຊ/2009 ໃນວັນທີ 28 ພຶດສະພາ 2009.
ຈຸດປະສົງຂອງ ITBU ມີດັ່ງນີ້:
(1). ເພື່ອ ໃຫ້ນັກຮຽນ ແລະ ອາຈານໄດ້ຮັບປະສົບການຕົວຈິງໃນການພັດທະນາລະບົບ IT.
(2). ສ້າງການຮ່ວມມືລະຫວ່າງ ພາກລັດຖະບານ-ສະຖາບັນການສຶກສາ-ອຸດສາຫະກໍາ ເພື່ອການພັດ ທະນາອຸດສາຫະກໍາບໍລິການດ້ານ IT ໃນປະເທດ ລາວ.
(3). ເພື່ອ ເປັນການສ້າງລາຍຮັບໃຫ້ແກ່ອາຈານ-ພະນັກງານ.
ກິດຈະກໍາ:
ໜ່ວຍງານ ITBU ຈະຈັດກິດຈະກໍາຫລາຍຢ່າງ ເຊັ່ນ:
ການສຶກສາ ແລະ ການແລກປ່ຽນບົດຮຽນ
ການຮ່ວມມືລະຫ່ວາງພາກລັດຖະບານ-ສະຖາບັນການສຶກສາ-ພາກອຸດສາຫະກໍາ ເປັນກະແຈທີ່ສໍາຄັນສໍາລັບ ນະໂຍບາຍດ້ານການພັດທະນາ IT. ໂຄງການຈະຈັດຕັ້ງການສຶກສາຂໍ້ມູນແບບເປີດກ້ວາງເພື່ອໃຫ້ພາກສ່ວນເອ ກະຊົນ, ພາກສ່ວນລັດຖະບານ ແລະ ພາກສ່ວນມະຫາວິທະຍາໄລສາມາດແລກປ່ຽນບົດຮຽນ, ສະເໜີບັນຫາ ແລະ ປືກສາຫາລືກ່ຽວກັບມາດຕະການທີ່ເໝາະສົມ, ບັນດານັກວິສະວະກອນ IT ທີ່ສໍາຄັນຂອງລາວຈະມີຄວາມ ເຂົ້າໃຈກົງກັນ ໃນການໃຊ້ມາດຕະຕະການທີ່ຈໍາເປັນ ເພື່ອສ້າງສະພາບແວດລ້ອມທີ່ເໝາະສົມສໍາລັບການສົ່ງເສີມ ດ້ານການໃຫ້ບໍລິການດ້ານ IT.
* ພົວພັນໜ່ວຍງານເບິ່ງທີ່ຢູ່ໄດ້ທີ່ເມນູ ຕິດຕໍ່ພວກເຮົາ.
ກັບຄືນ
ກິດຈະກໍາຂອງໂຄງການ
ການຝຶກອົບຮົມດ້ານໄອທີລະດັບຂັ້ນສູງ
ມີສາມຈຸດປະສົງໃຫຍ່ດັ່ງລຸ່ມນີ້:
- ໂຄງການນີ້ຊ່ວຍມະຫາວິທະຍາໄລສ້າງຫຼັກສູດຫຼັງມະຫາດ້ວຍການດໍາເນີນການຝຶກອົບຮົມທາງດ້ານ IT ໃຫ້ໄດ້ຮັບຜົນສໍາເລັດ, ຫຼັກສູດຫຼັງມະຫານີ້ ໄດ້ມີການວາງແຜນໃຫ້ ເລີ່ມປະຕິບັດໃນເດືອນກັນຍາ ປີ2010.
- ເພື່ອເພີ່ມທັກສະໃນການປະຕິບັດງານທາງດ້ານວິສະວະກໍາຊອບແວ ແລະ ຄວາມສາມາດໃນການສິດສອນ, ທາງໂຄງການໄດ້ຈັດຝຶກອົບຮົມໃຫ້ພະນັກງານທີ່ສອນຢູ່ໃນມະຫາໄລ ແລະ ຍັງໄດ້ເຊີນນັກວິສະວະກອນຈາກພາກສ່ວນທົ່ວໄປ ແລະ ພາກສ່ວນເອກະຊົນ ເຂົ້າຮ່ວມຝຶກອົບຮົມນໍາ ເຊິ່ງພາຍຫຼັງສິ້ນສຸດການຝຶກອົບຮົມແລ້ວ ພວກເຂົາເຈົ້າຈະໄດ້ມີໂອກາດນໍາເອົາຄວາມຮູ້ພ້ອມທັງປະສົບການດັ່ງກ່າວ ໄປຖ່າຍທອດ ແລະ ສິດສອນຢູ່ໃນຫຼັກສູດຫຼັງມະຫາທີ່ໄດ້ກ່າວໄວ້ຂ້າງເທິງນັ້ນ.
- ຄວາມຕ້ອງການໃນຕະຫຼາດທາງດ້ານການໃຫ້ບໍລິການດ້ານ IT ຈະສະແດງໃຫ້ເຫັນຢູ່ໃນຫຼັກສູດ ທີ່ທາງໂຄງການກໍາລັງຈັດຕັ້ງຄະນະກໍາມະການ ສ້າງຫຼັກສູດຮ່ວມກັບຕົວແທນຈາກພາກສ່ວນເອກະຊົນ, ພາກລັດຖະບານ ແລະ ພາກສ່ວນມະຫາວິທະຍາໄລ.
ຂົງເຂດບໍລິສັດ
ຂົງເຂດບໍລິສັດ ຫຼື ໜ່ວຍງານທຸລະກິດດ້ານເຕັກໂນໂລຊີຂໍ້ມູນຂ່າວສານ (IT) ຈັດ ກິດຈະກໍາຫາຍລາຍໄດ້ດັ່ງຕໍ່ໄປນີ້:
- ຈັດຝຶກອົບຮົມໄລຍະສັ້ນສໍາລັບນັກວິສະວະກອນ ຈາກພາກສ່ວນເອກະຊົນ ແລະ ພາກລັດຖະບານ.
- ການພັດທະນາຊອບແວທີ່ໄດ້ສັ່ງມາຈາກ ພາຍໃນ ແລະ ພາຍນອກມະຫາວິທະຍາໄລ.
- ການພັດທະນາເຄືອຄ່າຍ ແລະ ການບໍາລຸງຮັກສາ.
- ການສະໜັບສະໜູນກິດຈະກໍາກ່ຽວກັບ IT.
ການຈັດການຝຶກອົບຮົມດ້ານ IT ລະດັບຂັ້ນສູງສໍາລັບຄູອາຈານ ແລະ ນັກຮຽນ ແມ່ນໄດ້ຮັບການປະຕິບັດຢ່າງຕໍ່ເນື່ອງຕາມກິດຈະກໍາທີ່ກ່າວມາຂ້າງເທິງນັ້ນ ແລະ ລາຍໄດ້ ຈາກກິດຈະກໍານີ້ແມ່ນໄດ້ຖືກນໍາໃຊ້ເຂົ້າໃນການບໍລິຫານ-ຈັດການຢ່າງຍືນຍົງຂອງ ບໍລິ ສັດເຊິ່ງກໍ່ຄືການຈັດການຝຶກອົບຮົມນັ້ນເອງ. ການຈັດຕັ້ງລະບຽບ ການສຶກສາ ແມ່ນເປັນວຽກໜຶ່ງທີ່ສໍາຄັນເຊັ່ນກັນ.
ການຈັດການຮຽນ
ການຈັດການຮຽນແມ່ນຈະເປີດກ້ວາງທົ່ວໄປເພື່ອໃຫ້ພາກເອກະຊົນ, ພາກລັດຖະບານ ແລະ ພາກສ່ວນມະຫາໄລ ສາມາດແລກປ່ຽນຂໍ້ມູນ, ສະເໜີບັນຫາ ແລະ ປືກສາກ່ຽວກັບ ມາດຕະການທີ່ເໝາະສົມ, ຄວາມເຂົ້າໃຈ ແລະ ແຜນການດໍາເນີນງານບົນພື້ນຖານຄວາມໄວ້ວາງໃຈເຊິ່ງກັນແລະກັນ ລະຫ່ວາງ ສາມຂະແໜງ ການທີ່ສໍາຄັນ.
ໂຄງການຈັດໃຫ້ມີການປະຊຸມສົນທະນາບັນຫາ ແລະ ປະຊຸມປຶກສາຫາລື ເຊີນນັກວິສະວະກອນຈາກທາງນອກມາບັນລະຍາຍ ແລະ ກຽມການໄປທັດສະນະ ສຶກສາໃນຫົວຂໍ້ທີ່ເດັ່ນໃນປະຈຸບັນ.
ກັບຄືນ

