ວັນທີ 23 ມີນາ 2011
ເອກະສານຕ່າງໆ, ຮູບພາບຂອງ ງານມະຫາກໍາທາງດ້ານ ໄອທີ 2011
ວັນທີ 9 ມິນາ 2011
ເພີ້ມລາຍລະອຽດຂອງ ຕາຕະລາງເວລາ, ສະຖານທີຈັດງານ ແລະຄໍາແນະນໍາ
ວັນທີ 1 ກຸມພາ 2011
ເລີມເປີດເວັບໄຊຂອງ ງານມະຫາກໍາທາງດ້ານ ໄອທີ 2011
![]() | ງານມະຫາກໍາທາງດ້ານ ໄອທີ 2011, ວັນທີ 11-12 ເດືອນມີນາ ປີ 2011 |
ໂຄງການພັດທະນາຊັບພະຍາກອນມະນຸດເພື່ອອຸດສາຫະກໍາການບໍລິການໄອທີຢູ່ທີ່ມະຫາວິທະຍາໄລແຫ່ງຊາດລາວ (ໂຄງການ ITSD) ພາຍໃຕ້ການຊ່ວຍເຫລືອ ຈາກອົງການຮ່ວມມືສາກົນຢີ່ປຸ່ນ (JICA), ຈະໄດ້ຈັດງານມະຫາກໍາທາງດ້ານໄອທີຂຶ້ນ ທີ່ພາກວິຊາວິສະວະກຳຄອມ ພິວເຕີ ແລະ ເທັກໂນໂລຊີຂໍ້ມູນຂ່າວສານ, ຄະນະວິສະວະກຳສາດ (ວິທະຍາເຂດໂສກປ່າຫລວງ) ມະຫາວິທະຍາໄລແຫ່ງຊາດລາວ ໃນວັນທີ 11-12 ເດືອນມີນາ ປີ 2011.
ຈຸດປະສົງຫລັກ ຂອງງານຄັ້ງນີ້ ແມ່ນເພື່ອເປີດໂອກາດໃຫ້ເຍົາວະຊົນ-ຊາວໜຸ່ມໃຫ້ມີຄວາມຮູ້, ສ້າງໃຫ້ມີຄວາມສົນໃຈໃນການ ໃຊ້ໄອທີ ເຊິ່ງ ກໍາລັງເຂົ້າມາມີບົດບາດຫລາຍໆດ້ານໃນຊີວິດປະຈຳວັນ. ນັກຮຽນ-ນັກສຶກສາກໍ່ຄືເຍົາວະຊົນ-ຊາວໜຸ່ມ ສາມາດ ເຂົ້າຮ່ວມການປະຊຸມສົນທະນາ, ຮັບຟັງການສຳມະນາ ແລະ ເບິ່ງການວາງສະແດງທາງດ້ານໄອທີ ແລະ ເທັກໂນໂລຊີທີ່ ທັນສະໃໝ, ໂດຍການເຂົ້າຮ່ວມຟັງ ແລະ ເຂົ້າຮ່ວມ ສໍາມະນາ ແລະກິດຈະກໍາຕ່າງໆໄດ້ ໂດຍບໍ່ເສຍຄ່າໃດໆ.
| ທ່ານສາມາດຕິດຫາພວກເຮົາໄດ້ໂດຍຜ່ານ Email : | ![]() |
ຮູບພາບຂອງ ງານມະຫາກໍາທາງດ້ານ ໄອທີ 2011 ໃນ ວັນສຸກ ທີ 11 ມີນາ 2011
ຮູບພາບຂອງ ງານມະຫາກໍາທາງດ້ານ ໄອທີ 2011 ໃນ ວັນເສົາ ທີ 12 ມີນາ 2011
ເອກະສານຕ່າງໆ, ຮູບພາບຂອງ ງານມະຫາກໍາທາງດ້ານ ໄອທີ 2011
ເພີ້ມລາຍລະອຽດຂອງ ຕາຕະລາງເວລາ, ສະຖານທີຈັດງານ ແລະຄໍາແນະນໍາ
ເລີມເປີດເວັບໄຊຂອງ ງານມະຫາກໍາທາງດ້ານ ໄອທີ 2011
![]()